ການດຳເນີນການຄົ້ນຄວ້າຄັ້ງທຳອິດທີ່ປະເທດລຸກຊຳບວກ, ເດືອນ ພຶດສະພາ 2018

ໃນເດືອນພຶດສະພາ 2018, ມະຫາວິທະຍາໄລລຸກຊຳບວກ ໄດ້ຕ້ອນຮັບຄູອາຈານລາວ 2 ທ່ານ ເປັນຄັ້ງທຳອິດ ເຊິ່ງອາຈານທັງສອງ ແມ່ນໄດ້ໄປເຮັດບົດຄົ້ນຄວ້າ ເປັນເວລາໜຶ່ງເດືອນ ຢູ່ທີ່ມະຫາວິທະຍາໄລລຸກຊຳບວກ. ທ່ານນາງ ທິບມະນີ ອິນທະວົງ ໄດ້ເລີ່ມເຮັດບົດຄົ້ນຄວ້າກ່ຽວກັບການແກ້ໄຂຂໍ້ຂັດແຍ່ງໃນຂົງເຂດກົດໝາຍແຮງງານ (The just cause requirement in labour law ກົດໝາຍການຊັດມ້ຽນຄະດີໃນລາວ, ການວິເຄາະແບບປຽບທຽບ) ແລະ ທ່ານ ປາງທອງ ໄຊຍະວົງ ໄດ້ເຮັດບົດກ່ຽວກັບ ພັນທະທາງນິເວດວິທະຍາຂອງນັກລົງທຶນຕ່າງປະເທດໃນລາວ ໃນບໍລິບົດຂອງກົດໝາຍສາກົນ (ພັນທະທາງສິ່ງແວດລ້ອມຂອງນັກລົງທຶນສາກົນໃນລັດທີ່ຮັບ). (The Environmental Obligations of Foreign Investors in Host States). ຄູອາຈານທັງສອງຄົນ ໄດ້ມີໂອກາດໃນການໃຊ້ສິ່ງອຳນວຍຄວາມສະດວກຂອງຫໍສະໝຸດມະຫາວິທະຍາໄລລຸກຊຳບວກໃນການດຳເນີນການຄົ້ນຄວ້າ ແລະ ພົບປະປຶກສາກັບສາສະດາຈານທາງດ້ານກົດໝາຍ ເພື່ອຂໍຄຳແນະນຳກ່ຽວກັບຫົວຂໍ້ການຄົ້ນຄວ້າຂອງຕົນ. ທັງສອງຍັງໄດ້ໄປຢ້ຽມຢາມສານຍຸຕິທຳຂອງສະຫະພາບເອີຣົບ ແລະ ເປັນກຽດເຂົ້າຢ້ຽມຢາມສະຖານທູດລາວ ທີ່ກຸງບຸກແຊນ ປະເທດແບນຊິກ. ການໄປເຮັດບົດຄົ້ນຄວ້າ ແມ່ນແນໃສ່ການສຳເລັດການຂຽນບົດ ພາຍໃຕ້ການເປັນທີ່ປຶກສາຂອງຜູ້ປະສານງານໂຄງການ ເຊິ່ງບົດຄົ້ນຄວ້າດັ່ງກ່າວ … Continued

ບົດບັນຍາຍເປີດກວ້າງ ພາຍໃຕ້ຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017

ດຣ. ເຮເລັນ ເດິ ກີສ ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ການຈັດການບັນຍາຍຄັ້ງນີ້ ຖືວ່າຢູ່ໃນຂົງເຂດການຮ່ວມມືລະຫວ່າງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ທີ່ໄດ້ຈັດການບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ. ໃນນີ້ ມະຫາວິທະຍາໄລລຸກຊຳບວກກໍໃຫ້ການປະກອບສ່ວນຢູ່ເປັນປະຈຳ. ດຣ. ເຮເລັນ ໄດ້ຍົກໃຫ້ເຫັນຄວາມຮູ້ທົ່ວໄປ ກ່ຽວກັບປະຫວັດການສ້າງຕັ້ງສະພາຄວາມໝັ້ນຄົງ, ໂຄງຮ່າງການຈັດຕັ້ງ, ລະບົບການເຮັດວຽກ ແລະ ລວມໄປເຖິງ ອຳນາດໃນການນຳໃຊ້ມາດຕະການຂວໍ້າບາດ. ນ້ອງນັກສຶກສາຫຼາຍກວ່າ 120 ຄົນ ໄດ້ເຂົ້າຮ່ວມຟັງການບັນຍາຍຄັ້ງນີ້ ໂດຍພາບບັນຍາກາດກໍເຕັມໄປດ້ວຍຄວາມຟົດຟື້ນ ເຊິ່ງນັກສຶກສາໄດ້ຍົກຫຼາຍປະເດັນທີ່ຕົນມີຄວາມສົນໃຈ ພ້ອມທັງ ມີການແລກປ່ຽນ ຖາມ-ຕອບ ໄປມາກ່ຽວກັບຫຼາຍບັນຫາ. 

ຄະນະຕາງໜ້າທຳອິດຈາກມະຫາວິທະຍາໄລລຸກຊຳບວກ ທີ່ ຄນລ

ໂຄງການຮ່ວມມືສະໜັບສະໜູນຄະນະນິຕິສາດ ແລະ ລັດຖະສາດ ທີ່ມະຫາວິທະຍາໄລແຫ່ງຊາດລາວ, ສີ່ນັກສຶກສາປະລິນຍາເອກທີ່ເປັນຕົວແທນຕາງໜ້າ, ແລະ ໜຶ່ງນັກຄົ້ນຄວ້າປະລິນຍາເອກ ພ້ອມດ້ວຍຮອງສາດສະດາຈານ ຊິວເວຍ ອາເລຈີຊາ ແລະ ອະທິການບໍດີ ສາດສະດາຈານ ສະເຕຟສຍ ບຣອມ ໄດ້ເຂົ້າຮ່ວມເວີກຊອບການວິໄຈຄົ້ນຄວ້າ ທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນພຶດສະພາ, 2017. ສໍາລັບສາດສະດາຈານ ບຣອມ ແລະ ຮອງສາດສະດາຈານ ຊິວເວຍ ອໍເລຈີຊາ ທັງສອງເປັນຜູ້ຊ່ຽວຊານດ້ານກົດໝາຍອາຍາ, ເປັນການສືບຕໍ່ຂອງໂຄງການທີ່ເລີ່ມຕົ້ນແຕ່ປີ 2013 ພ້ອມວິໄສທັດໃນການເສີມສ້າງການສຶກສາທາງດ້ານກົດໝາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ. ພວກເຂົ້າໄດ້ຢ້ຽມຢາມມະຫາວິທະຍາໄລໃນລາວໃນປີ ເດືອນພຶດສະພາ, 2016 ເພື່ອຊ່ວຍເຫຼືອງານເວີກຊອບກ່ຽວກັບການຄ້າມະນຸດ ແລະ ການລັກລອບອົບພະຍົບຢ່າງຜິດກົດໝາຍໃນພາກພື້ນ. ລະຫວ່າງການເດີນທາງປີນີ້, ມີນັກສຶກສາປະລິນຍາເອກ Olivier Voordeckers, Moritz Klein, Anna Mosna ແລະ Basak Baglayan Ceyhan, ແລະ ນັກວິໄຈຫຼັງປະລິນຍາເອກ Dr Giovanni Zaccaroni ເຂົ້າຮ່ວມດ້ວຍ. ໂດຍການຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ … Continued