ທີມຕົວແທນປະເທດລາວທີ່ຮົງກົງ, ສານຈຳລອງກົດໝາຍມະນຸດສະທຳສາກົນ, ເດືອນມີນາ 2019

ຂໍສະແດງຄວາມຍິນດີແກ່ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ, ຕາງໜ້າ ສປປ ລາວ ໄປເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນເດືອນມີນາ 2019 ນີ້ ຢູ່ທີ່ ຮົງກົງ. ໃນການແຂ່ງຂັນລະດັບຊາດ ແລະ ລະດັບນາໆຊາດ ໃນປີ 2018 ແລະ 2019 ນັກສຶກສາທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໄດ້ຮັບການເຝິກຊ້ອມກັບຜູ້ປະສານງານໂຄງການ. ໃນຮອບແຂ່ງຂັນທີ່ຈັດຂຶ້ນຢູ່ຮົງກົງ, ຕົວແທນນັກສຶກສາລາວຖືໄດ້ວ່າເຮັດໄດ້ດີຫຼາຍ ທຽບກັບມະຫາວິທະຍາໄລອັນດັບຕົ້ນໆໃນອາຊີ ເໜືອກວ່າຕົວແທນຈາກປະເທດໄທ, ອິນໂດເນເຊຍ ແລະ ຫວຽດນາມ. ໃນເດືອນພະຈິກ 2019 ທີ່ຜ່ານມາ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດຫຼັກສູດເຝິກອົບຮົມການແຂ່ງຂັນສານຈຳລອງ ຈັດຂຶ້ນທີ່ ຄນລ ນຳພາໂດຍຜູ້ຊ່ຽວຊານສານຈຳລອງ (ທ່ານ ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອະດີດຄູເຝິກທີ່ ມະຫາວິທະຍາໄລລຸກຊຳບວກ ໃຫ້ນັກສຶກສາເຂົ້າແຂ່ງຂັນສານຈຳລອງ JESSUP Moot).

ຄະນະຕາງໜ້າຈາກ ມະຫາວິທະຍາໄລແຫ່ງຊາດ ທີ່ມະຫາວິທະຍາໄລລຸກຊໍາ, ເດືອນກຸມພາ 2019

ໃນເດືອນກຸມພາປີ 2019,​ ເປັນຄັ້ງທໍາອິດທີ່ ກອງປະຊຸມຄະນະຊີ້ນຳ ຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມະວິທະຍາໄລແຫ່ງຊາດ ເຊິ່ງໄດ້ຈັດຂື້ນທີ່ ເມືອງລຸກຊໍາບວກ. ຄະນະຕາງໜ້າທີ່ໄດ້້ເດີນທາງໄປປະເທດລຸກຊໍາບວກລວມມີ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ສົມສັກ ສິລິທິບ, ຜູ້ປະສານງານຂອງໂຄງການ ຈາກຝ່າຍ ຄນລ ເຊິ່ງ ຮ່ວມໂດຍ ດຣ. ເພີຣີນ ຊີມອນ, ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊໍາບວກ ປະຈໍາຢູ່ລາວ. ການເດີນທາງໄປປະເທດລຸກຊໍາບວກໃນຄັ້ງນີ້ ລວມມີການເຂົ້າຢ້ຽມຢາມສານຍຸຕິທໍາສະຫະພາບເອີຣົບ, ການພົບປະກັບຜູ້ອໍານວຍການໂຮງຮຽນກົດໝາຍຂັ້ນປະລິນຍາເອກຂອງມະຫາວິທະຍາໄລລຸກຊໍາບວກ ແລະ ນັກສຶກສາປະລິນຍາເອກ ພ້ອມທັງພົບປະກັບເອກອັກຄະລັດຖະທູດລາວ ປະຈໍາປະເທດແບນແຊນ. ການຢ້ຽມຢາມຄັ້ງນີ້ເປັນຄັ້ງທໍາອິດຂອງຄະນະບໍດີ ຄນລ ທີ່ ມະຫາວິທະຍາໄລລຸກຊຳບວກ.

ບົດບັນຍາຍກ່ຽວກັບ ກົດໝາຍສິດທິມະນຸດສາກົນ, ວັນທີ 20-21 ທັນວາ 2018

ວັນພະຫັດ ແລະ ວັນສຸກ ວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງ ດຣ. ບາຊັກ ບາລາຍານ ເຊິ່ງເປັນຜູ້ຊ່ຽວຊານທາງດ້ານສິດທິມະນຸດ ແລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ເຊິ່ງເປັນສະຖາບັນທີ່ທ່ານໄດ້ຮັບປະລິນຍາເອກ ຄົ້ນຄວ້າລົງເລິກຫົວຂໍ້ ”ວິສາຫະກິດ ແລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບບັນທັດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”. ໃນບົດບັນຍາຍທັງສີ່ບົດຂອງທ່ານ ມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ເຊິ່ງມີ ຫົວຂໍ້ບັນຍາຍຄື: “ປະຫວັດຄວາມເປັນມາຂອງກົດຫມາຍສາກົນ ວ່າດ້ວຍສິດທິມະນຸດ”, “ກົນໄກພາຍໃຕ້ກົດບັດຂອງ ສະຫະປະຊາຊາດ”, “ກົນໄກພາຍໃຕ້ສົນທິສັນຍາຂອງ ສະຫະປະຊາຊາດ” ແລະ “ໂລກາພິວັດ ເເລະ ສິດທິມະນຸດ”.

ການແຂ່ງຂັນສວນຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ວັນທີ 28 ພະຈິກ 2018

ໃນວັນພຸດ ວັນທີ 28 ພະຈິກ 2018 ອົງການກາແດງສາກົນ ໄດ້ຈັດການເເຂ່ງຂັນສານຈຳລອງອາຊີປາຊີຟິກ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ ໂດຍນັກສຶກສາໄດ້ຜ່ານການເຝິກອົບຮົມຈາກທ່ານ ດຣ. ເພີຣີນ ຊິມອນ ເຊິ່ງເປັນຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ປະຈຳຢູ່ນະຄອນຫຼວງວຽງຈັນ ແລະ ດຣ. ລໍເຣັ້ນ ຊິຣີ ຈາກ ວິທະຍາໄລມະຫາວິທະຍາໄລຄອກ (University College Cork ຜ່ານຫຼັກສູດເຝິກອົບຮົມ ເປັນເວລາ 1 ອາທິດ. ພວກເຮົາຂໍສະເເດງຄວາມຍິນດີກັບນັກສຶກສາເຂົ້າຮ່ວມທຸກຄົນ, ໂດຍສະເພາະເເມ່ນ ຜູ້ຊະນະເລີດການເເຂ່ງຂັນສານຈຳລອງ ທີ່ຈະເດີນທາງໄປເເຂ່ງຂັນໃນຮອບນາໆຊາດ ໃນເດືອນ ມີນາ 2019 ທີ່ຮົງກົງ.

ການເຝິກຊ້ອມການແຂ່ງສານຈຳລອງ ຄັ້ງທຳອິດ, ວັນທີ 5-9 ພະຈິກ 2018

ເປັນຄັ້ງທຳອິດທີ່ມະຫາວິທະຍາໄລລຸກຊໍາບວກໄດ້ຈັດ ຫຼັກສູດກຽມສານຈໍາລອງ ທີ່ນຳໂດຍ ດຣ. ລໍເຣັ້ນ ຊີຣີ ທີ່ເປັນຜູ້ຊ່ຽວຊານກ່ຽວກັບການແຂ່ງຂັນສານຈຳລອງ. ດຣ. ລໍເຣັ້ນ ໄດ້ດຳເນີນຫຼັກສູດດັ່ງກ່າວ ເປັນເວລາຫ້າມື້ ໃຫ້ແກ່ນ້ອງນັກສຶກສາຜູ້ທີ່ຈະເຂົ້າແຂ່ງຂັນ “ສານຈໍາລອງອາຊີປາຊີຟິກວ່າດ້ວຍກົດໝາຍມະນຸດສະທໍາສາກົນ”. ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອາຈານສອນທີ່ University College Cork ປະເທດອຽກລັງ ແລະ ເປັນອະດີດນັກຄົ້ນຄວ້າທີ່ມະຫາວິທະຍາໄລລຸກຊຳບວກ ໄດ້ມາທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ທີ່ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກ. ທ່ານຍັງເປັນອະດີດຄູເຝິກໃຫ້ນັກສຶກສາທີ່ມະຫາວິທະຍາໄລລຸກຊຳບວກທີ່ຈະເຂົ້າຮ່ວມແຂ່ງຂັນສານຈຳລອງ JESSUP Moot ແລະ ທັງເປັນອະດີດທະນາຍຄວາມຝ່າຍຈຳເລີຍໃນຄະດີອາຍາ. ດຣ. ລໍເຣັ້ນ ຊີຣີ ຍັງໄດ້ໃຫ້ການບັນຍາຍແບບເປີດກວ້າງໃນຫົວຂໍ້ “ໂຄງຮ່າງການຈັດຕັ້ງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ” ໃຫ້ແກ່ນັກສຶກສາ ແລະ ອາຈານທີ່ ຄນລ ຫຼາຍກວ່າ 100 ຄົນ ພາຍໃຕ້ຂອບການຮ່ວມມືຂອງໂຄງການຂອງພວກເຮົາກັບສະຖາບັນ ILSTA (ບົດບັນຍາຍແບບເປີດກວ້າງຂອງ ILSTA … Continued

ບົດບັນຍາຍພິເສດ ກ່ຽວກັບ ກົດໝາຍອາຍາສາກົນ ວັນທີ 7 ພະຈິກ 2018

ດຣ. ລໍເຣັ້ນ ຊີຣີ, ອາຈານຈາກວິທະຍາໄລມະຫາວິທະຍາໄລ ຄອກ (ອຽກລັງ) ແລະ ອະດີດນັກຄົ້ນຄວ້າຈາກມະຫາວິທະຍາໄລ ລຸກຊຳບວກ, ໄດ້ມາຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ ມຊ (ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກທີ່ຜ່ານມາ. ທ່ານໄດ້ມາຕາມການຕົກລົງກັບໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ເພື່ອທີ່ຈະມາເຝິກອົບຮົມໃຫ້ແກ່ນັກສຶກສາກຽມພ້ອມເຂົ້າຮ່ວມແຂ່ງຂັນ ສານຈຳລອງຮອບປະເທດ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍຄະນະກຳມະການກາແດງສາກົນ. ໃນການຢ້ຽມຢາມຄັ້ງນີ້, ດຣ. ຊີຣີ ຍັງໄດ້ເຫັນດີໃຫ້ການບັນຍາຍພິເສດ ທີ່ ຄນລ ໃນວັນທີ 7 ພະຈິກ ເປັນການປະກອບສ່ວນໃນວຽກງານການຮ່ວມມືລະຫວ່າງທາງໂຄງການ ແລະ ສະຖາບັນ ILSTA ເຊິ່ງບັນຍາຍໃນຫົວຂໍ້ “ໂຄງສ້າງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ”. ໃນການບັນຍາຍ ມີການແນະນຳໃຫ້ຜູ້ຟັງໄດ້ຮູ້ຈັກກົດໝາຍອາຍາສາກົນ ພ້ອມທັງບົດບາດ ແລະ ຂອບອຂດອຳນາດຂອງສານອາຍາສາກົນ. ການບັນຍາຍ ແມ່ນຈັດຂຶ້ນທີ່ອາຄານອະເນກປະສົງຂອງ ຄນລ ແລະ ມີນັກສຶກສາ ແລະ ອາຈານຈາກຄະນະ ເຂົ້າຮ່ວມຫຼາຍກວ່າ 100 ຄົນ. … Continued

ບົດບັນຍາຍພິເສດ ກ່ຽວກັບ ລັດແຫ່ງກົດໝາຍ, ວັນທີ 2 ພະຈິກ 2018

ດຣ. ເພີຣີນ ຊິມອນ, ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ລັດເເຫ່ງກົດໝາຍ’’ ໃນວັນທີ 2 ພະຈິກ 2018 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ. ການບັນຍາຍຄັ້ງນີ້ ແມ່ນຈັດຂຶ້ນໂດຍໂຄງການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ເຊິ່ງຮ່ວມກັບ ສະຖາບັນ ILSTA ທີ່ຈັດການບັນຍາຍແບບນີ້ໃຫ້ແກ່ນັກສຶກສາ ຄນລ ເປັນປະຈຳ. ການບັນຍາຍຄັ້ງນີ້ ມີນັກສຶກສາ, ຄູອາຈານ ເເລະ ຊ່ຽວຊານທາງດ້ານກົດໝາຍເຂົ້າຮ່ວມຫຼາຍກວ່າ 120 ຄົນ.

ງານສຳມະນາເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍ, ຄັ້ງທີ 2, ວັນທີ 4-7 ກັນຍາ 2018

ພາຍໃຕ້ການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະນິຕິສາດ ແລະ ລັດຖະສາດ, ການສຳມະນາເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍ ຄັ້ງທີ II ໄດ້ຈັດຂຶ້ນໃນວັນທີ 4-7 ກັນຍາ 2018. ງານສຳມະນາຄັ້ງນີ້ ເປັນງານທຳອິດທີ່ຈັດໂດຍ ຜູ້ປະສານງານໂຄງການຜູ້ໃໝ່ ດຣ. ເພີຣີນ ຊິມອນ ເຊິ່ງມາແທນ ດຣ. ເຮເລັນ ເດິ ກີສ. ທີ່ ຄນລ ໄດ້ມີການຕ້ອນຮັບຄະນະຈາກ ມະຫາວິທະຍາໄລລຸກຊຳບວກ ເຊິ່ງມີ ສຈ. ສະເຕຟານ ບຣວມ ແລະ ນັກຄົ້ນຄວ້າຫຼັງປະລິນຍາຕີ 4 ທ່ານ ເຊິ່ງມາໃຫ້ການບັນຍາຍທີ່ ຄນລ ໃນໄລຍະ 3 ມື້ຂອງງານ. ງານສຳມະນາຄັ້ງນີ້ ແມ່ນສຸມໃສ່ວິທີການຄົ້ນຄວ້າທາງກົດໝາຍ, ການວາງໂຄງຮ່າງ ແລະ ຂຽນບົດຄົ້ນຄວ້າທາງກົດໝາຍ. ງານສຳມະນາຄັ້ງຫຼ້າສຸດ ແມ່ນມີຜົນຕອບຮັບທີ່ດີຫຼາຍຈາກບັນດາຄູອາຈານທີ່ ຄນລ. ການເຝິກອົບຮົມພາຍໃນງານກໍເຊັ່ນດຽວກັນ ເຊິ່ງບັນດາຄູອາຈານທີ່ເຂົ້າຮ່ວມໄດ້ພາກັນປະກອຍສ່ວນຢ່າງຟົດຟື້ນ. ບາງຈຳນວນໃນຜູ້ເຂົ້າຮ່ວມທັງ 50 ທ່ານ ຈາກ … Continued

ບົດບັນຍາຍເປີດກວ້າງ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?” 23 ພຶດສະພາ 2018

ໃນວັນພຸດທີ 23 ຂອງເດືອນພຶດສະພາ, ດຣ ເຮເລັນ ເດີ ກີສ ໄດ້ໃຫ້ການບັນຍາຍ ທີ່ຄະນະນິຕິສາດ ແລະ ລັດຖະສາດ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?”. ບົດບັນຍາຍດັ່ງກ່າວໄດ້ຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງສະຖາບັນ ILSTA ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.​ ດຣ. ເຮເລັນ ໄດ້ນໍາສະເໜີກ່ຽວກັບບົດບາດອັນສໍາຄັນຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາໄປຈົນເຖິງຈໍາເລີຍ. ໃນບົດບັນຍາຍ ມີນັກສຶກສາ ແລະ ອາຈານຫຼາຍກວ່າ 120 ຄົນເຂົ້າຮ່ວມ. ນັກສຶກສາໄດ້ໃຫ້ຄວາມສົນໃຈຢ່າງສູງໃນຫົວຂໍ້ ເຊິ່ງສະແດງອອກໃນການສົນທະນາ ແລະ ໃນຊ່ວງຂອງການຖາມ-ຕອບ.

ການຢ້ຽມຢາມຂອງອາຈານຈາກລຸກຊຳບວກຄັ້ງທຳອິດ, ເດືອນມິຖຸນາ 2018

ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບສາສະດາຈານສອງທ່ານຈາກມະຫາວິທະຍາໄລລຸກຊຳບວກ ສຈ. ລູກາ ຣັດຕິ ແລະ ສຈ. ແມັດທິວ ຮັບໂພຣ ທີ່ຕາງໜ້າມາສອນທີ່ນະຄອນຫຼວງວຽງຈັນ ເປັນເວລາອາທິດ. ທ່ານທັງສອງໄດ້ໃຫ້ການບັນຍາຍກ່ຽວກັບ ກົດໝາຍລະຫວ່າງຊາດພາກລັດ ແລະ ກົດໝາຍແຮງງານ ໃຫ້ແກ່ຄູອາຈານ ຄນລ. ໂດຍຮ່ວມມືກັບ ILSTA ທ່ານທັງສອງຍັງໄດ້ປະກອບສ່ວນ ໂດຍການໃຫ້ການບັນຍາຍແລກປ່ຽນກັບນັກສຶກສາ ຄນລ. ສຈ. ແມັດທິວ ຮັບໂພຣ ໄດ້ເປີດການສໍາມະນາໃນຫົວຂໍ້ “ກົດໝາຍລະຫວ່າງປະເທດໃນໂລກທີ່ມີອຳນາດຫຼາຍຂົ້ວ, ທັດສະນະໃນຍຸກຂອງ ທ່ານ ໂດນອລ ທຣັມ, ທ່ານ ປູຕິນ ແລະ ການລາອອກຈາກສະຫະພາບເອີຣົບຂອງອັງກິດ (Brexit) ເຊິ່ງຄູອາຈານ ແລະ ນັກສຶກສາຫຼາຍກວ່າ 140 ທ່ານ ເຂົ້າຮ່ວມການສຳມະນາໃນຄັ້ງນີ້ Pr. Ratti also gave an open lecture on “The Core Concepts … Continued