ການດຳເນີນການຄົ້ນຄວ້າຄັ້ງທຳອິດທີ່ປະເທດລຸກຊຳບວກ, ເດືອນ ພຶດສະພາ 2018

ໃນເດືອນພຶດສະພາ 2018, ມະຫາວິທະຍາໄລລຸກຊຳບວກ ໄດ້ຕ້ອນຮັບຄູອາຈານລາວ 2 ທ່ານ ເປັນຄັ້ງທຳອິດ ເຊິ່ງອາຈານທັງສອງ ແມ່ນໄດ້ໄປເຮັດບົດຄົ້ນຄວ້າ ເປັນເວລາໜຶ່ງເດືອນ ຢູ່ທີ່ມະຫາວິທະຍາໄລລຸກຊຳບວກ. ທ່ານນາງ ທິບມະນີ ອິນທະວົງ ໄດ້ເລີ່ມເຮັດບົດຄົ້ນຄວ້າກ່ຽວກັບການແກ້ໄຂຂໍ້ຂັດແຍ່ງໃນຂົງເຂດກົດໝາຍແຮງງານ (The just cause requirement in labour law ກົດໝາຍການຊັດມ້ຽນຄະດີໃນລາວ, ການວິເຄາະແບບປຽບທຽບ) ແລະ ທ່ານ ປາງທອງ ໄຊຍະວົງ ໄດ້ເຮັດບົດກ່ຽວກັບ ພັນທະທາງນິເວດວິທະຍາຂອງນັກລົງທຶນຕ່າງປະເທດໃນລາວ ໃນບໍລິບົດຂອງກົດໝາຍສາກົນ (ພັນທະທາງສິ່ງແວດລ້ອມຂອງນັກລົງທຶນສາກົນໃນລັດທີ່ຮັບ). (The Environmental Obligations of Foreign Investors in Host States).

ຄູອາຈານທັງສອງຄົນ ໄດ້ມີໂອກາດໃນການໃຊ້ສິ່ງອຳນວຍຄວາມສະດວກຂອງຫໍສະໝຸດມະຫາວິທະຍາໄລລຸກຊຳບວກໃນການດຳເນີນການຄົ້ນຄວ້າ ແລະ ພົບປະປຶກສາກັບສາສະດາຈານທາງດ້ານກົດໝາຍ ເພື່ອຂໍຄຳແນະນຳກ່ຽວກັບຫົວຂໍ້ການຄົ້ນຄວ້າຂອງຕົນ. ທັງສອງຍັງໄດ້ໄປຢ້ຽມຢາມສານຍຸຕິທຳຂອງສະຫະພາບເອີຣົບ ແລະ ເປັນກຽດເຂົ້າຢ້ຽມຢາມສະຖານທູດລາວ ທີ່ກຸງບຸກແຊນ ປະເທດແບນຊິກ.

ການໄປເຮັດບົດຄົ້ນຄວ້າ ແມ່ນແນໃສ່ການສຳເລັດການຂຽນບົດ ພາຍໃຕ້ການເປັນທີ່ປຶກສາຂອງຜູ້ປະສານງານໂຄງການ ເຊິ່ງບົດຄົ້ນຄວ້າດັ່ງກ່າວ ແມ່ນໄດ້ອີງຕາມຮູບແບບຂອງວາລະສານກົດໝາຍທີ່ເປັນພາສາອັງກິດ. ທ່ານ ປາງທອງ ໄຊຍະວົງ ໄດ້ສໍາເລັດການຄົ້ນຄວ້າ ແລະ ຕີພິມຜົນງານ “ການລົງທຶນຂອງສາກົນ ແລະ ການປົກປັກຮັກສາສິ່ງແວດລ້ອມ: ກໍລະນີຂອງ ສປປ ລາວ” ໃນສະບັບພິເສດຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໃນວາລະສານກົດໝາຍ ‘Critical Quarterly for Legislation and Law/ Revue critique trimestrielle de jurisprudence et de législation’ (Nomos) ປີ 2019.(see).