ການໄປຢ້ຽມຢາມ-ຕິດຕາມການເຄື່ອນໄຫວກິດຈະກຳ(Monitoring Committee visit) ທີ່ປະເທດລຸກຊຳບວກ , ຄັ້ງວັນທີ 12-17 ກັນຍາ 2022

ໃນວັນທີ 12-17 ກັນຍາ 2022, ຜູ້ແທນຝ່ານລາວນຳໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາກດ, ທ່ານ ສົມສັກ ສິລິທິບ (ຜູ້ປະສານງານລະດັບຊາດຂອງມະຫາວິທະຍາໄລແຫ່ງຊາດ) ພ້ອມດ້ວຍ ດຣ. ເພີຣີນ ຊີໂມນ (ຜູ້ປະສານງານໂຄງການ ຂອງມະຫາວິທະຍາໄລລຸກຊຳບວກ) ແລະ ທ້າວ ປາດຖະໜາພອນ ນາມມະລາດ (ຜູ້ຊ່ວຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ) ໄດ້ເດີນທາງໄປທີ່ປະເທດລຸກຊຳບວກເພື່ອເຂົ້າຮ່ວມປະຊຸມເພື່ອຕິດຕາມກວດກາ ການເຄື່ອນໄຫວກິດຈະກຳຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເຊິ່ງການເດີນທາງໃນຄັ້ງນີ້ກໍເປັນການເດີນທາງພາຍຫຼັງການຫຼຸດຜ່ອນມາດຕະການຈຳກັດການເດີນທາງ. ຄະນະຜູ້ແທນ ໄດ້ຖືກຕ້ອນຮັບໂດຍ ທ່ານ ສາສະດາອາຈານ ສະເຕຟານ ບຣຳ (Prof. Stefan Bräum), ຫົວໜ້າໂຄງການ. ງານປະຊຸມຕິດຕາມກວດກາການເຄື່ອນໄຫວກິດຈະກຳໄດ້ຈັດຂຶ້ນທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (FDEF) ຂອງມະຫາວິທະຍາໄລລຸກຊຳບວກ ໃນຄັ້ງວັນທີ 13 ກັນຍາ 2022. ພາຍໃນວາລະກອງປະຊຸມກໍໄດ້ຖືໂອກາດແນະນຳ ທ່ານ ສາສະດາອາຈານ ໂທມັສ … Continued

ການຢ້ຽມຢາມ ສ.ປ.ປ ລາວ ຂອງຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ

ໃນວັນທີ 21-24 ມິຖຸນາ 2022, ສາສະດາຈານ ສະເຕຟານ ບຣວມ ຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ເດີນທາມງມາຢ້ຽມຢາມ ສ.ປ.ປ ລາວ ພາຍຫຼັງການຜ່ອນຄາຍຂໍ້ຈໍາກັດທາງດ້ານການເດີນທາງເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19. ການມາຢ້ຽມຢາມຂອງລາວແມ່ນໄດ້ເລີ່ມຕົ້ນກັບການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງ,  ເຊິ່ງການປະຊຸມດັ່ງກ່າວແມ່ນໄດ້ຈັດແບບເຊິງໜ້າເປັນຄັ້ງທໍາອິດໃນຮອບ 2 ປີຢູ່ທີ່ຄະນະນິຕິສາດ ແລະ ລັັດຖະສາດ ໃນວັນພຸດ 22 ມິຖຸນາທີ່ຜ່ານມາ. ການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງແມ່ນໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແຊມ ໄຊເນີຣ (ອຸປະທູດປະຈຳສະຖານທູດ ລຸກຊໍາບວກໃນ ສ.ປ.ປ ລາວ), ທ່ານ ເອນິກາ ບຣັກ (ຜູ້ຮັບຜິດຊອບພາກພື້ນອາຊີ, ກະຊວງການຕ່າງປະເທດ ແລະ ກົມເອີຣົບ ແລະ ຄູ່ຮ່ວມມືຂອງປະເທດລຸກຊໍາບວກໂດຍສະເພາະແມ່ນ LuxDev ແລະ ILSTA). ການປະຊຸມແມ່ນເນັ້ນໜັກເວົ້າເຖິງຜົນສໍາເລັດຂອງໂຄງການໃນໄລຍະທີ 2 ແລະ ກໍຍັງໄດ້ໂອລົມສົນທະນາກັນກ່ຽວກັບການວາງແຜນຂອງໂຄງການ ແລະ ທຶນທີ່ຈະນຳໃຊ້ເຂົ້າໃນໂຄງການໃນປີ 2022. ໃນວັນທີ 23 ມິຖຸນາ, ສາສະດາຈານ ສະເຕຟານ, ດຣ ເພີລິນ … Continued