ເປົ້າໝາຍຂອງພວກເຮົາ
ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.
ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.
ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ, ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.
ໃນວັນທີ 16 ເດືອນທັນວາປີ 2021, ນາງ ດາວປະກາຍ ສຸວັນນະລາດ ແລະ ນາງ ນຸດທິດາ ມີສຸພັນ ຜູ້ຊະນະການແຂ່ງຂັນໃນລະດັບປະເທດ ແລະ ຜູ້ແຂ່ງຂັນ, ແລະ ນາງ ສຸດາພອນ ວິຣະວົງສາ ຜູ້ຄົ້ນຄວ້າ ໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ, ໃນຖານະທີມຕາງໜ້າປະເທດລາວ, ການແຂ່ງຂັນແມ່ນຖືກຈັດຂື້ນແບບອອນລາຍໃນລະຫວ່າງວັນທີ 11-12 ເດືອນມີນາ ປີ 2021 ໂດຍການສົ່ງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ວ່າຄວາມທາງອອນລາຍກຮ່ວມກັບນັກສືກສາກົດໝາຍ ຫຼາຍຮ້ອຍຄົນໃນຂົງເຂດອາຊີປາຊີຟິກ. ນັກສຶກສາກົດໝາຍທັງໝົດ 26 ຄົນ, ໄດ້ເຂົ້າຮ່ວມການທົດລອງແບບຈຳລອງບັນຫາໂຕ້ແຍ້ງທີ່ກ່ຽວຂ້ອງກັບ ການປະທະກັນທາງການທະຫານ ແລະ ສິ່ງທ້າທາຍດ້ານມະນຸດສະທຳ. ໃນປັດຈຸບັນ, ການແຂ່ງຂັນດັ່ງກ່າວເປັນການແຂ່ງຂັນລະຫວ່າງມະຫາໄລທີ່ໃຫ່ຍທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.
ໃບຍັ້ງຢືນໄດ້ຖືກມອບໃຫ້ໂດຍ ດຣ.ເພີຣີນ ຊີມອນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາໄລລາວ-ລຸກຊຳບວກ ແລະ ໄດ້ເປັນຜູ້ເຝິກນັກຮຽນທັງສາມຄົນຢ່າງຂຸ້ນຂ້ຽວ, ຂໍຊົມເຊີຍອີກເທື່ອໜື່ງສຳລັບການເຮັດວຽກຢ່າງໜັກ.
ດ້ວຍຈຳນວນທີມນັກສຶກສາທີ່ເຂົ້າຮ່ວມທັງໝົດ 26 ທີມ, ທີມຈາກປະເທດລາວບໍ່ໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍ. ທີມທີ່ໄດ້ເຂົ້າຮອບຮອງຊະນະເລີດໄດ້ແກ່: ມະຫາວິທະນາໄລລັດຖະສາດ ແລະ ກົດໝາຍຈີນ, ມະຫາວິທະຍາໄລນິຕິສາດ ແລະ ເສດຖະສາດພູມິນ, ມະຫາວິທະຍາໄລບໍລິຫານສິງກະໂປ, ມະຫາວິທະຍາໄລຮົງກົງ, ມະຫາວິທະຍາໄລຊິດນີ້, ມະຫາວິທະຍາໄລຟີລິບປິນ, ມະຫາວິທະຍາໄລໂຕກຽວ, ມະຫາວິທະຍາໄລວິກຕໍເລຍ ວິວລິງຕັນ, ໃນປີນີ້ແມ່ນບໍ່ສາມາດປະກາດຈັດອັນດັບສຳລັບທີມອື່ນໆໄດ້, ທີມລາວຖືວ່າໄດ້ຮັບຄຳຕິຊົມທີ່ດີຫຼາຍຈາກຄະນະຜູ້ພິພາກສາ. ທັງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ການວ່າຄວາມ ແມ່ນມີຮູບແບບ ແລະ ການວິເຄາະທີ່ດີ, ເຊັ່ນດຽວກັນກັບການອ້າງອີງແຫຼ່ງທີ່ມາທີ່ລະອຽດ ແລະ ໜ້າເຊື່ອຖື. ພວກເຂົາກໍໄດ້ຮັບຄະແນນໃນເກນທີ່ “ດີ”!
ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!
ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂຶ້ນ ໃນຫົວຂໍ້ “ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ” ໃນການຮ່ວມມືກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNDOC) ໃນລາວ. ໂຄງການໄດ້ມີໂອກາດຕ້ອນຮັບທ່ານ David Frend, ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ. ທ່ານ Frend ແມ່ນ ຄົນປະເທດອັງກິດ ທ່ານບໍ່ພຽງແຕ່ແບ່ງປັນກ່ຽວກັບຄວາມຮູ້ຕາມທິດສະດີເທົ່ານັ້ນແຕ່ເພິ່ນຍັງແບ່ງປັນຄວາມຮູ້ໃນຖານະທີ່ເປັນທະນາຍຄວາມໃນແກ່ຜູ້ເຂົ້າຮ່ວມ ພ້ອມທັງປະສົບການຫຼາກຫຼາຍກ່ຽວກັບສານລະດັບພາຍໃນ ແລະ ສາກົນໃນປະເທດອັງກິດ.

ໃນການບັນຍາຍແມ່ນມີຜູ້ເຂົ້າຮ່ວມທັງໝົດ 80 ຄົນໃນນີ້ປະກອບມີນັກສຶກສາຈາກຄະນະຄນລ ແລະ ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໃນມື້ວັນທີ 8 ເດືອນທັນວາ ຜ່ານໂປຣແກຣມຊູມ.

ນັກບັນຍາຍໄດ້ສະເໜີກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາໂດຍລວມ ພ້ອມດ້ວຍເນັ້ນຄວາມແຕກຕ່າງທີ່ສຳຄັນລະຫວ່າງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ ແລະ ຍັງໄດ້ອະທິບາຍກ່ຽວກັບບຸກຄົນໃນຂະບວນການດຳເນີນຄະດີອາຍາ, ນິຍາມຂອງການກະທຳຜິດ ແລະ ພາລະການພິສູດ, ອົງປະກອບຂອງການກະທຳຜິດ actus reus and mens rea), ປະເພດຂອງການກກະທຳຜິດ ແລະ ແງ່ສຳຄັນຂອງໄອຍະການ ແລະ ການດຳເນີນຄະດີໃນທີ່ປະຊຸມສານ. ຜູ້ເຂົ້າຮ່ວມມີຄວາມກະຕືຮືລົ້ນ ແລະ ປະກອບສ່ວນຖາມຄຳຖາມກັບນັກບັນຍາຍ ເຊິ່ງໃຊ້ເວລາໄປກວ່າໜຶ່ງຊົ່ວໂມງ!

ຍ້ອນໄດ້ຮັບຜົນຕອບຮັບທີ່ດີ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລມີເປົ້າໝາຍຈະຈັດບັນຍາຍພິເສດຂຶ້ນອີກ ເຊິ່ງຮ່ວມມືກັບ UNODC ໃນປິ 2022!
ໃນວັນທີ 10 ທັນວາ 2020 ການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງຄະນະກຳມະການກາແດງສາກົນ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໂດຍການໃຫ້ສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ.
ໃນການແຂ່ງຂັນປີນີ້ ແມ່ນຈັດໃນຮູບແບບເຄິ່ງອອນລາຍ ເຊິ່ງຜູ້ຕັດສິນ ແມ່ນເຂົ້າຮ່ວມຜ່ານຊູມ ແລະ ທີມຜູ້ແຂ່ງຂັນ ແມ່ນມາຮວມຕົວກັນທີ່ ຄນລ.

ການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນວ່າຄວາມຕໍ່ໜ້າສານອາຍາສາກົນ. ທີມຜູ້ແຂ່ງຂັນ 4 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ. ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ສິບປະກອນ ຊົງຊູວານິດ (ທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ), ທ່ານນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານນາງ ວິໂອເລັດ ຈັງເກີ (ທີ່ປຶກສາທາງເຕັກນິກ ໂຄງການ ລາວ/031).
ໃນເດືອນພະຈິກ ກ່ອນທີ່ຈະແຂ່ງຂັນ, ທີມຜູ້ແຂ່ງຂັນໄດ້ຮັບການເຝິກອົບຮົມອອນລາຍເປັນເວລາໜຶ່ງອາທິດ ກັບ ດຣ. ເພີລີນ ຊິມົງ ແລະ ດຣ. ລໍເຣັ້ນ ຊີຣີ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ.


ພວກເຮົາຂໍສະແດງຄວາມຍິນດີກັບທຸກໆທີມທີ່ເຂົ້າແຂ່ງ ໂດຍສະເພາະທີມທີ່ຊະນະເລີດ ທ. ປາດຖະໜາພອນ ນາມມະລາດ ແລະ ທ. ສີລາເພັດ ແສນບຸດຕະລາດ ເຊິ່ງຈະເຂົ້າຮ່ວມແຂ່ງຂັນເປັນຕົວແທນໃຫ້ປະເທດລາວ ໃນຮອບຕໍ່ໄປໃນປີ 2022!
ພາຍໃຕ້ຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ທາງໂຄງການໄດ້ໃຫ້ຄວາມສຳຄັນແກ່ການພັດທະນາຫ້ອງສະໝຸດເປັນລຳດັບຕົ້ນໆ ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ.
ໃນວັນທີ 9 ທັນວາ ທີ່ຜ່ານມາ, ພິທີສົ່ງມອບປຶ້ມກົດໝາຍ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງເປັນກຽດເຂົ້າຮ່ວມໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄນລ, ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີ, ດຣ. ເພີລີນ ຊິມົງ, ຜູ້ປະສານງານໂຄງການ ພ້ອມດ້ວຍອາຈານ ຄນລ. ໃນພິທີ ທາງໂຄງການໄດ້ສົ່ງມອບປຶ້ມແບບຮຽນກົດໝາຍ ທັງປຶ້ມທີ່ເປັນພາສາໄທ ແລະ ພາສາອັງກິດ ຈຳນວນ 391 ຫົວ ໃຫ້ແກ່ ຄນລ ຢ່າງເປັນທາງການ. ພ້ອມກັນນັ້ນ, ມະຫາວິທະຍາໄລລຸກຊຳບວກ ໂດຍຮ່ວມກັບບັນນາຮັກຈາກປະເທດໄທ ຍັງຈະສະໜັບສະໜູນຈັດການເຝິກອົບຮົມ ເປັນເວລາໜຶ່ງເດືອນໃຫ້ແກ່ພະນັກງານຫ້ອງສະໝຸດ ຄນລ ຫຼັງຈາກທີ່ມີການເປີດປະເທດ.

ການຈັດຊື້-ຈັດສົ່ງປຶ້ມດັ່ງກ່າວ ແລະ ການຈັດການເຝິກອົບຮົມ ແມ່ນກະກຽມໂດຍການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ແລະ EIFL-Thailand ເຊິ່ງເປັນອົງການຈຳໜ່າຍສິ່ງພິມ ແລະ ວາລະສານສຳລັບການສຶກສາ. ການຈັດຊື້-ຈັດສົ່ງປຶ້ມ ແລະ ການເຝິກອົບຮົມ ແມ່ນໄດ້ຮັບການສະໜັບສະໜູນທາງງົບປະມານໂດຍມະຫາວິທະຍາໄລລຸກຊຳບວກ.
ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ, ການຈັດຊື້ປຶ້ມງວດນີ້ ແມ່ນຈະເຮັດໃຫ້ປຶ້ມກົດໝາຍທີ່ມີໃນຫ້ອງສະໝຸດ ຄນລ ມີຄວາມຫຼາກຫຼາຍຂຶ້ນ ເຊິ່ງເປັນບາດກ້າວທີ່ສຳຄັນໃນການເຮັດໃຫ້ນັກສຶກສາ ແລະ ຄູອາຈານສາມາດເຂົ້າເຖິງຂໍ້ມູນຄວາມຮູ້ທາງກົດໝາຍໄດ້ຫຼາຍຂຶ້ນ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຂົງເຂດການສຶກສາກົດໝາຍອີກດ້ວຍ.

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ (problem-based learning) ຜ່ານການເຝິກອົບຮົມສານຈຳລອງ. ມາໃນປີນີ້ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດການເຜິກອົບຮົມອອນລາຍສຳລັບອາຈານເປັນຄັ້ງທຳອິດ.
ໃນລະຫວ່າງວັນທີ 16 ພະຈິກ ຫາ 1 ທັນວາ, ທາງໂຄງການໄດ້ຈັດກິດຈະກຳການເຝິກອົບຮົມໃຫ້ແກ່ອາຈານ 15 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ (ຄນລ ມຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລຈຳປາສັກ (ຄນລ ມຈ). ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ແລະ ໃຫ້ການເຝິກອົບຮົມໂດຍ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງປະເທດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court Competition 2021 ແລະ ຍັງມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນຂອງໄທ ທີ່ຈັດໂດຍຄະນະກຳມະການກາແດງສາກົນ.

ຈຸດປະສົງຫຼັກຂອງການຈັດການເຝິກອົບຮົມຄັ້ງນີ້ ແມ່ນເພື່ອແນະນຳໃຫ້ບັນດາອາຈານຮູ້ຈັກກັບສານຈຳລອງກົດໝາຍມະນຸດສະທຳ ແລະ ເຝິກໃຫ້ອາຈານມາເປັນຄູເຝິກສານຈຳລອງ. ການເຝິກອົບຮົມ ແມ່ນດຳເນີນເປັນພາສາໄທ ແລະ ໄດ້ຮວບຮວມເອົາຄວາມຮູ້ພື້ນຖານກ່ຽວກັບສານຈຳລອງ, ກົດໝາຍລະຫວ່າງປະເທດພາກລັດ ແລະ ກົດໝາຍມະນຸດສະທຳສາກົນ. ໃນການເຝິກອົບຮົມ ຜູ້ເຂົ້າຮ່ວມຍັງໄດ້ເຮັດກິດຈະກຳຮ່ວມກັນເປັນທີມ ແລະ ວຽກບ້ານ ໃນການກະກຽມຂໍ້ໂຕ້ແຍ້ງຕ່າງໆ. ກິດຈະກຳປະຕິບັດຕົວຈິງນີ້ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິກເຊິ່ງຂຶ້ນຕື່ມວ່າສານຈຳລອງເປັນກິດຈະກຳແນວໃດ. ດຣ. ປະພາວະດີ ຍັງໄດ້ເວົ້າກ່ຽວກັບປະສົບການການເປັນຄູເຝິກເອງ ແລະ ການຈັດສານຈຳລອງເປັນພາສາໄທ ເຊິ່ງເຮັດໃຫ້ມີຫຼາຍທີມ ແລະ ຫຼາຍໂຮງຮຽນເຂົ້າຮ່ວມ.

ໃນໄລຍະ 5 ປີທີ່ຜ່ານມາ, ການເຝິກຊ້ອມໃຫ້ທີມຕົວແທນຂອງປະເທດລາວໃນເວທີແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນ ແມ່ນໃຫ້ການຊ່ວຍເຫຼືອໂດຍຜູ້ປະສານງານໂຄງການ. ສະນັ້ນ ທາງໂຄງການຕັ້ງໃຈວ່າຈະໃຫ້ອາຈານ ຄນລ ມີສ່ວນຮ່ວມໃນການເຝິກນັກສຶກສາ ໃນການແຂ່ງຂັນປີຕໍ່ໆໄປ!
ໃນຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນການເຝິກຊ້ອມນັກສຶກສາ ຄນລ ໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍ ຄະນະກຳມະການກາແດງສາກົນ ຕັ້ງແຕ່ປີ 2016 ເປັນຕົ້ນມາ.
ຍ້ອນມາດຕະການຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການເຝິກອົບຮົມສານຈຳລອງສຳລັບນັກສຶກສາປີນີ້ ແມ່ນຈັດທາງອອນລາຍ ຜ່ານຊູມ ໃນລະຫວ່າງວັນທີ 22 ຫາ 26 ພະຈິກທີ່ຜ່ານມາ. ດຣ. ລໍເຣັ້ນ ຊີຣີ ເຊິ່ງໄດ້ມີສ່ວນຮ່ວມໃນການເຝິກອົບຮົມແກ່ນັກສຶກສາໃນໄລຍະສາມປີທີ່ຜ່ານມາ ໄດ້ເຝິກອົບຮົມໃຫ້ແກ່ນັກສຶກສາ 10-12 ນ້ອງ ເປັນເວລາໜຶ່ງອາທິດ. ການເຝິກອົບຮົມນີ້ ແມ່ນມີຈຸດປະສົງເພື່ອກະກຽມຄວາມພ້ອມຂອງນັກສຶກສາໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ ທີ່ຈັດໂດຍຄະນະກຳມະການກາແດງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້. ການເຝິກອົບຮົມນີ້ ແມ່ນເນັ້ນໜັກໃຫ້ນັກສຶກສາຮຽນຮູ້ວິທີການວ່າຄວາມ/ແກ້ຟ້ອງ. ນັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮຽນຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບກົດໝາຍມະນຸດສະທຳສາກົນ, ກົດໝາຍອາຍາສາກົນ ແລະ ການບັງຄັບໃຊ້ກົດໝາຍດັ່ງກ່າວໃນໂຈດຄະດີຂອງການແຂ່ງຂັນປີນີ້ອີກດ້ວຍ.

ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!