[smartslider3 slider=”24″]

ເປົ້າໝາຍຂອງພວກເຮົາ

ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.

ການສຶກສາກົດໝາຍ

ການຖ່າຍທອດຄວາມຮູ້ທາງກົດໝາຍ

ການວິໄຈທາງກົດໝາຍ

ການສ້າງຄວາມຮູ້ທາງກົດໝາຍ

ການເຂົ້າເຖິງຄວາມຮູ້

ການເຜີຍແຜ່ຄວາມຮູ້ທາງກົດໝາຍ

ກິດຈະກຳໄວໆນີ້

Mon
Tue
Wed
Thu
Fri
Sat
Sun
M
T
W
T
F
S
S
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
1
2
3
4
5

ຂ່າວຫຼ້າສຸດ

ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ,  ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ໂຄງການຮ່ວມມືມະຫາວິທະຍາໄລໄດ້ຈັດຕັ້ງໂຮງຮຽນກົດໝາຍລະດູໜາວ ເຊິ່ງຈັດຂຶ້ນເປັນຄັ້ງທີ 6 ໃນລະຫວ່າງ ວັນທີ 12​​-14 ທັນວາ 2023, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 20 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ໂຮງຮຽນກົດໝາຍລະດູໜາວຄັ້ງທີ 6 ນີ້ປະກອບມີ ອາຈານສອນກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ 14 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາ 2 ທ່ານ, ແລະ ນັກວິຊາການ 4 ທ່ານ (ທະນາຍຄວາມ 2 ທ່ານ, ຜູ້ພິພາກສາ 2 ທ່ານ).

ໂຮງຮຽນກົດໝາຍລະດູໜາວໄດ້ລົງເລິກໃນຫົວຂໍ້ “ຫຼັກການຄວາມໂປ່ງໃສໃນລັດແຫ່ງກົດໝາຍ”. ໂຮງຮຽນກົດໝາຍລະດູໜາວໄດ້ສຸມໃສ່ໃນຫົວຂໍ້ ຄວາມເຊື່ອມໂຍງລະຫວ່າງ ການປົກຄອງທີ່ດີ ແລະ ຫຼັກແຫ່ງກົດໝາຍທີ່ກ່ຽວຂ້ອງກັບຫຼັກການສາທາລະນະ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ການປົກປ້ອງຄວາມໂປ່ງໃສໂດຍ 3 ອົງການຈັດຕັ້ງລັດ ແລະ ການປະຕິບັດຂອງການປົກຄອງທີ່ດີ ທີ່ກ່ຽວຂ້ອງກັບໃນຂອບເຂດການຕ້ານການສໍ້ລາດບັງຫຼວງສາກົນ. ໂຮງຮຽນກົດໝາຍລະດູໜາວຄັ້ງນີ້ໄດ້ສອນເປັນພາສາອັງກິດ ໂດຍ ສາສະດາຈານ Stefan Braum (ມະຫາວິທະຍາໄລລຸກຊໍາບວກ), Laura AADE (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ), Francesca FINELLI (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ), Anna MACHURA (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ) ແລະ Paulina BASCHTON ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ (ປະຈໍາລາວ).

ກ່ອນເຂົ້າສໍາມະນາໂຮງຮຽນກົດໝາຍລະດູໜາວ, ຜູ້ເຂົ້າຮ່ວມງານໄດ້ເຂົ້າຮ່ວມງານສໍາມະນາວິທີການໃນການຄົ້ນຄວ້າ 1 ມື້ ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະການຄົ້ນຄວ້າທາງດ້ານກົດໝາຍທີ່ກ່ຽວຂ້ອງ ເຊິ່ງຈະເປັນປະໂຫຍດໃນເວລາເຮັດບົດຄົ້ນຄວ້າວິໄຈ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຈາກຕົວຢ່າງ ແລະ ປະສົບການຈາກນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ ໃນການລະບຸບັນຫາໃນບົດຄົ້ນຄວ້າ, ການຊອກຫາຄໍາຖາມຄົ້ນຄວ້າທີ່ເໝາະສົມ, ວິທີການຊອກຫາ ແລະ ນໍາໃຊ້ຂໍ້ມູນທີ່ກ່ຽວຂ້ອງ, ແລະ ວິທີໃນການອ້າງອີງ. ໃນລະຫວ່າງການນໍາສະເໜີບົດ, ຜູ້ເຂົ້າຮ່ວມກໍໄດ້ປະກອບສ່ວນໃນການຕັ້ງຄໍາຖາມຫຼາຍຢ່າງທີ່ກ່ຽວຂ້ອງກັບບົດຄົ້ນຄວ້າຂອງຕົນເອງ ແລະ ປຶກສາຫາລືໃນບັນຫາທາງດ້ານກົດໝາຍໃນສປປ ລາວທີ່ກ່ຽວຂ້ອງກັບສາຂາວິຊາການຂອງນັກສຶກສາປະລິນຍາເອກ.

ໃນມື້ທໍາອິດຂອງໂຮງຮຽນກົດໝາຍລະດູໜາວ ເລີ່ມຕົ້ນໂດຍການກ່າວເປີດງານ ໂດຍຫົວໜ້າໂຄງການ ສາສະດາຈານ Stefan Braum ແລະ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ. ຫົວຂໍ້ທີ່ນໍາສະເໜີ ແລະ ປຶດສາຫາລືກັນໃນໂຮງຮຽນກົດໝາຍລະດູໜາວຄັ້ງນີ້ ແມ່ນເນັ້ນໃສ່ຫົວຂໍ້ “ຄວາມເຊື່ອມໂຍງລະຫວ່າງການປົກຄອງທີ່ດີ ແລະ ຫຼັກການຫຼັກແຫ່ງກົດໝາຍ”. ໃນມື້ທໍາອິດ, ການນໍາສະເໜີແມ່ນອີງໃສ່ “ຫຼັກສາທາລະນະ” ເຊິ່ງນໍາສະເໜີໂດຍ Laura Aade, ການນໍາສະເໜີໂດຍ Francesca Finelli ໃນຫົວຂໍ້ຫຼັກການການເຂົ້າເຖິງຄວາມຍຸຕິທໍາແລະ ການນໍາສະເໜີໂດຍAnna Machura-Urbaniak ໃນຫົວຂໍ້ການປົກປ້ອງຄວາມໂປ່ງໃສໂດຍການບັງຄັບໃຊ້ກົດໝາຍ ໂດຍອົງການບໍລິຫານ”. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນໃນການສົນທະນາໃນການໃຫ້ຄໍານິຍາມຂອງຄວາມໂປ່ງໃສ, ຂໍ້ຈໍາກັດຂອງຄວາມໂປ່ງໃສໃນຂອບເຂດຂອງການເຂົ້າເຖິງຄວາມຍຸຕິທໍາ, ການປະຕິບັດໃນສປປ ລາວ ແລະ ຄວາມສໍາຄັນໃນການສົມດູນລະຫວ່າງຄວາມໂປ່ງໃສ ແລະ ຄວາມເປັນສ່ວນຕົວ.

ມື້ທີ 2 ຂອງໂຮງຮຽນກົດໝາຍລະດູໜາວແມ່ນໄດ້ລົງເລິກໃນຫຼັກການຄວາມໂປ່ງໃສສໍາຫຼັບອົງການນິຕິບັນຍັດ ແລະ ອົງການຕຸລາການ ເຊິ່ງນໍາສະເໜີໂດຍ Francesca Finelliແລະ Laura Aade. ຜູ້ເຂົ້າຮ່ວມໄດ້ຖືກມອບໝາຍກໍລະນີສົມມຸດທີ່ກ່ຽວຂ້ອງກັບການນໍາໃຊ້ຫຼັກການຄວາມໂປ່ງໃສ, ນັກສຶກສາປະລິນຍາເອກຍັງໄດ້ຍົກຫຼາຍສະຖານະການ ພ້ອມທັງຕົວຢ່າງທີ່ເປັນຮູບປະທໍາ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສໍານຶກໄດ້ເຖິງສະຖານະການຕົວຈິງ. ສາສະດາຈານ Braum ໄດ້ສະເໜີ matrix ຂອງຫຼັກການຄວາມໂປ່ງໃສໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອເຂົ້າໃຈໃນການນໍາໃຊ້ຫຼັກການສໍາຫຼັບຜູ້ປະຕິບັດໃນແຕ່ລະລັດ.

ມື້ທີ 3 ແມ່ນໄດ້ລົງເລິກໃນຫົວຂໍ້ “ການປະຕິບັດທີ່ດີ ແລະ ການປົກຄອງທີ່ດີ ໃນຂອບເຂດການຕ້ານການສໍ້ລາດບັງຫຼວງ” ນໍາສະເໜີໂດຍ Anna Machura-Urbaniak. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນການສົນທະນາກ່ຽວກັບບັນຫາການສໍ້ໂກງໃນລະດັບສາກົນ ແລະ ລະດັບປະເທດ, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາໃນວິທີການທີ່ພວກເຂົາ, ນັກວິຊາການທາງດ້ານກົດໝາຍ ແລະ ນັກປະຕິບັດກົດໝາຍ, ຈະສາມາດນໍາສະເໜີບັນຫາທີ່ລະອຽດອ່ອນນີ້ ແລະ ຊ່ວຍສປປ ລາວໃນການພັດທະນາໃຫ້ກ້າວໄປສູ້ລັດແຫ່ງກົດໝາຍຢ່າງແທ້ຈິງ. ການສົນທະນາກ່ຽວຂ້ອງກັບ ການລະບຸກົນໄກທີ່ໄດ້ນໍາໃຊ້ໃນລຸກຊໍາບວກ ແລະ ການແບ່ງປັນປະສົບການທີ່ກ່ຽວຂ້ອງກັບຄວາມກ້າວໜ້າໃນການດໍາເນີນງານຂອງລັດຖະບານລາວ. ໂຮງຮຽນກົດໝາຍລະດູໜາວແມ່ນສິ້ນສຸດລົງໂດຍ ການທົບທວນບົດຮຽນໃນຮ່ວມແບບການສົນທະນາໃນໂຕະມົນ ເຊິ່ງອະນຸຍາດໃຫ້ຜູ້ເຂົ້າຮ່ວມປຶກສາຫາລືໃນການປັບປຸງການສອນ ແລະ ການຄົ້ນຄວ້າໃນຫຼັກການຄວາມໂປ່ງໃສ.

ຜູ້ເຂົ້າຮ່ວມທຸກທ່ານໄດ້ສະແດງອອກເຖິງຄວາມກະຕືລືລົ້ນ ແລະ ຫ້າວຫັນ ໃນຕະຫຼອດໄລຍະການສໍາມະນາ ແລະ ມີການປະກອບສ່ວນຢ່າງກະຕືລືລົ້ນກັບແຂກຮັບເຊີນ ແລະ ຜູ້ເຂົ້າຮ່ວມນໍາກັນເອງ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງຄວາມສໍາຄັນຂອງຄວາມໂປ່ງໃສໃນລັດແຫ່ງກົດໝາຍ. ຜູ້ເຂົ້າຮ່ວມທຸກທ່ານແມ່ນໄດ້ຮັບເອກະສານຕ່າງໆທີ່ໃຊ້ໃນການສໍາມະນາ ເພື່ອສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຂອງຜູ້ເຂົ້າຮ່ວມ.

ໃນວັນທີ 6 ທັນວາ 2023,  ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງຈັດຂຶ້ນໂດຍ ມະຫາວິທະຍາໄລລຸກຊຳບວກ ໂດຍໂຄງການຮ່ວມມືມະຫາວິທະຍາໄລ.

ໃນການແຂ່ງຂັນປີນີ້,  ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ຈິຣັດ ຈິດວະຣະວົງ ຈາກຄະນະກໍາມາທິການກາແດງສາກົນ, ຄະນະຜູ້ແທນປະຈໍາພາກພື້ນບາງກອກ (ທີ່ປຶກສາທາງດ້ານກົດໝາຍ) ແລະ ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ).

ມະຫາວິທະຍາໄລລຸກຊໍາບວກໄດ້ຈັດການແຂ່ງຂັນ ແລະ ໃຫ້ການສະໜັບສະໜູນທາງດ້ານການເງິນ ໃນການແຂ່ງຂັນສານຈໍາລອງໃນປີນີ້. ດຣ. ລໍເຣນ ຊີລີ້ ໄດ້ທຸ່ມເທເວລາ ແລະ ຄວາມພະຍາຍາມໃນການຝຶກອົບຮົມໃຫ້ແກ່ທີມທີ່ເຂົ້າຮ່ວມການແຂ່ງຂັນ. ໃນແຕ່ລະອາທິດກໍໄດ້ມີການຝຶກອົບຮົມທາງໄກ ເພື່ອສ້າງແນວຄິດທາງດ້ານກົດໝາຍ ທີ່ຈະເອື້ອອໍານວຍໃນຫ້ອງພິຈາລະນາຄະດີ.

ການແຂ່ງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທໍາສາກົນແມ່ນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍຢ່າງມີເຫດມີມີຜົນ ແລະ ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນເອງ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດອີກດ້ວຍ! ຫຼັງຈາກທີ່ຕ້ອງແຂ່ງຂັນການແບບອອນລາຍມາຫຼາຍປີ ໃນທີ່ສຸດ ທີມທີ່ຊະນະການແຂ່ງຂັນໃນປິນີ້ຈະໄດ້ເດີນທາງໄປຮົງກົງ ໃນເດືອນມີນາ 2024.

ພວກເຮົາຂໍສະແດງຄວາມຍິນດີກັບທຸກທີມທີ່ສະແດງຜົນງານໄດ້ຢ່າງໂດດເດັ່ນໃນຮອບລະດັບຊາດ ແລະ ໂດຍສະເພາະ ຍິນດີກັບທີມທີ່ຊະນະເລີດ ນ. ດວງດາວເພັດ ແກ້ວບຸນພັນ, ນ. ສຸພາວັນ ນັນທະພອນ ແລະ ທ. ສອນທາລິນ ຈັນທະວົງ ເຊິ່ງຈະ ເປັນຕົວແທນໃຫ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ ໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນເດືອນມີນາ 2024 ຢູ່ຮົງກົງ!

ມະຫາວິທະຍາໄລລຸກຊໍາບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງດ້ານກົດໝາຍໃນ ສປປ ລາວ. ໃນນີ້, ການຝຶກອົບຮົມ 5 ວັນ ໂດຍພະແນກຄົ້ນຄວ້າຂອງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ເປັນຜູ້ຈັດຂຶ້ນ ພາຍໃຕ້ການສະໜັບສະໜູນທາງດ້ານເຕັກນິກຈາກມະຫາວິທະຍາໄລລຸກຊໍາບວກ, ໂຄງການຮ່ວມມືມະຫາວິທະຍາໄລລະຫວ່າງລາວ-ລຸກຊໍາບວກ ແລະ ການສະໜັບສະໜູນດ້ານການເງິນຈາກ ໂຄງການ LAO/037 ທີ່ສຸມໃສ່ວິທີການຄົ້ນຄວ້າທາງດ້ານກົດໝາຍ, ການຄົ້ນຄວ້າແບບຄຸນນະພາບ ໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ປີ 2023. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ທ່າລາດ ແລະ ໂດຍການເປັນປະທານໂດຍ ທ່ານ ບຸນຄົງ ເພັດດາວຮຸ່ງ, ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ແລະ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໄດ້ລວມເອົາອາຈານສອນກົດໝາຍຫຼາຍກວ່າ 35 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ແລະ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ ລວມທັງ ແຂກຮັບເຊີນ, ທ່ານນາງ ພາວລີນາ ບອສຕັນ, ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລຂອງເຮົາ.

ການຝຶກອົບຮົມແມ່ນສຸມໃສ່ວິທີການໃນການຄົ້ນຄວ້າວິທະຍາສາດໃນຂົງເຂດກົດໝາຍ ເຊິ່ງມີເປົ້າໝາຍເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດຄົ້ນຄວ້າແບບຄຸນນະພາບ. ຜູ້ເຂົ້າຮ່ວມການຝຶກອົບຮົມໄດ້ຕິດຕາມການນໍາສະເໜີທີ່ຫຼາກຫຼາຍປະເພດຂອງການຄົ້ນຄວ້າແບບຄຸນນະພາບ, ໄດ້ຮຽນຮູ້ໃນການສ້າງແບບສອບຖາມ ແລະ ການນໍາໃຊ້ການວິເຄາະຂໍ້ມູນພື້ນຖານ. ການຝຶກອົບຮົມໄດ້ກວມເອົາຄວາມສໍາຄັນຂອງການເຮັດບົດສະເໜີການຄົ້ນຄວ້າທີ່ດີ ແລະ ການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບການຄົ້ນຄວ້າ. ໃນມື້ທໍາອິດຂອງການຝຶກອົບຮົມ, ຮ.ສ. ສິດທິໄຊ ໄຊຍະວົງ, ອາຈານສອນກົດໝາຍຈາກ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນນໍາສະເໜີກ່ຽວກັບ ທິດສະດີໃນການຄົ້ນຄວ້າແບບຄຸນນະພາບ ອີງຕາມວິທີການຄົ້ນຄວ້າທາງປະຫວັດສາດ. ໃນຕອນບ່າຍ, ຮ.ສ. ເດດອານຸລາດ ແສນດວງເດດ ໄດ້ຂຶ້ນສະເໜີບົດໃນຫົວຂໍ້ ປະເພດຂອງການຄົ້ນຄວ້າແບບຄຸນນະພາບ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈວິທີການຫຼາກຫຼາຍ ໃນເວລາເຮັດບົດຄົ້ນຄວ້າ ບໍ່ພຽງແຕ່ໃນຂົງເຂດກົດໝາຍ, ແຕ່ໃນບົດຄົ້ນຄວ້າທາງວິທະຍາສາດກໍເຊັ່ນດຽວກັນ.

ມື້ທີ 2 ຂອງການຝຶກອົບຮົມ ແມ່ນສຸມໃສ່ການນໍາໃຊ້ແບບສອບຖາມ ແລະ ການວິເຄາະຂໍ້ມູນ ເຊິ່ງເຄື່ອງມືທົ່ວໄປທີ່ນໍາໃຊ້ໃນການຄົ້ນຄວ້າວິທະຍາສາດ ເຊິ່ງນໍາສະເໜີໂດຍ ດຣ. ສູນທອນ ພົມມາສອນ. ໃນພາກເຊົ້າ, ດຣ. ສຸນທອນໄດ້ເລີ່ມຕົ້ນດ້ວຍການນໍາສະເໜີເຖິງວິທີການໃນການອອກແບບແບບສອບຖາມ ແລະ ແບ່ງປັນຊຸຸດຄໍາຖາມທີ່່ ດຣ. ສູນທອນເອງເຄີຍເຮັດ ເພື່ອ ເປັນຕົວຢ່າງໃຫ້ແກ່ຜູ້ເຂົ້າຮ່ວມ. ໃນພາກບ່າຍ, ດຣ. ສຸນທອນໄດ້ແນະນໍາຜູ້ເຂົ້າຮ່ວມໃນການສ້າງເຄື່ອງມືວິເຄາະ ທີ່ສາມາດເຮັດໃຫ້ຂັ້ນຕອນການຮວບຮວມ ແລະ ວິເຄາະຂໍ້ມູນງ່າຍຂຶ້ນ. ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃນວິທີການໃຊ້ເຄື່ອງມືໃນການວິເຄາະຂໍ້ມູນທີ່ເກັບກໍາມາໄດ້ ແລະ ດຣ. ສຸນທອນ ກໍໄດ້ສະໜັບສະໜູນໃຫ້ຜູ້ເຂົ້າຮ່ວມຮຽນຮູ້ ໂດຍການເຮັດບົດຄົ້ນຄວ້າ.

ໃນມື້ທີ 3 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃນວິທີການນໍາໃຊ້ເຄື່ອງມືໃນການຄົ້ນຄວ້າ ຕາມແຕ່ລະຂັ້ນຕອນ ເພື່ອໃຫ້ເຂົ້າໃຈເຖິງ ທັງການຄົ້ນຄວ້າແບບຄຸນນະພາບ ແລະ ແບບປະລິມານ. ໃນພາກບ່າຍ, ທ່ານນາງ ພາວລີນາ ໄດ້ນໍາສະເໜີໃນວິທີການຄົ້ນຄວ້າທາງກົດໝາຍຂັ້ນພື້ນຖານ. ຜູ້ເຂົ້າຮ່ວມໄດ້ທົບທວນອົງປະກອບທີ່ສໍາຄັນໃຫ້ການເຮັດບົດສະເໜີການຄົ້ນຄວ້າທີ່ດີ ແລະ ໄດ້ນໍາໃຊ້ໂຄງຮ່າງທີ່ຮຽນມາໃນການເຮັດບົດສະເໜີບົດຄົ້ນຄວ້າ. ທ່ານນາງ ພາວລີນາ ຍັງໄດ້ສະຫຼຸບປະເພດຂອງວິທີການໃນການຄົ້ນຄວ້າທີ່ຕ່າງກັນ, ເເນື່ອງຈາກ ນັກຄົ້ນຄວ້າຈາກ ຄະນະນິຕິສາດ ແລະ ລັດຖະສາດ ມັກຈະຈໍາກັດຕົນເອງຢູ່ສະເພາະແຕ່ບົດຄົ້ນຄວ້າທາງດ້ານຄຸນນະພາບ ແລະ ປະລິມານ.

ໃນມື້ທີ 4 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ມີໂອກາດສົນທະນາປຶກສາຫາລື ແລະ ປະກອບສ່ວນນໍາກັນ. ທ່ານນາງ ພາວລີນາ ໄດ້ເລີ່ມຕົ້ນງານ ໂດຍການນໍາສະເໜີໂດຍຫຍໍ້ກ່ຽວກັບອົງປະກອບທີ່ສໍາຄັນ ແລະ ຄໍາຖາມຄົ້ນຄວ້າຂອງບົດຄົ້້ນຄວ້າທາງດ້ານກົດໝາຍ. ໃນໄລຍະການນໍາສະເໜີ, ໄດ້ມີການສົນທະນາແລກປ່ຽນ ໃນການໄຈ້ແຍກລະຫວ່າງຈຸດປະສົງຂອງການຄົ້ນຄວ້າ ແລະ ຄໍາຖາມຄົ້ນຄວ້າ ແລະ ຄວາມຈໍາເປັນໃນການລະບຸຄໍາຖາມຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນໃນບັນຫາທີ່ເກີດຂຶ້ນຈາກ ຄໍາຖາມຄົ້ນຄວ້າທີ່ກວ້າງເກີນໄປ ຫຼື ແຄບເກີນໄປ. ຫຼັງຈາກນັ້ນ, ກໍໄດ້ເຊີນຜູ້ເຂົ້າຮ່ວມ ໃຫ້ນໍາສະເໜີຫົວຂໍ້ຄົ້ນຄວ້າຂອງຕົນເອງທີ່ສ້າງຂຶ້ນມາໃນລະຫວ່າງງານສໍາມະນາທີ່ຜ່ານມາ ທີ່ຈັດການຝຶກອົບຮົມໂດຍ ພະແນກຄົ້ນຄວ້າ. ທ່ານນນາງ ພາວລີນາໄດ້ໃຫ້ຄໍາແນະນໍາຕໍ່ກັບບົດນໍາສະເໜີ, ໂດຍສະເພາະໃນຈຸດປະສົງຂອງບົດຄົ້ນຄວ້າ ແລະ ຄໍາຖາມຄົ້ນຄວ້າ. ຜູ້ເຂົ້າຮ່ວມທຸກທ່ານໄດ້ນໍາສະເໜີ ຫົວຂໍ້ຄົ້ນຄວ້າທີ່ໜ້າສົນໃຈຫຼາຍ.

ໃນມື້ສຸດທ້າຍຂອງການຝຶກອົບຮົມ ໂດຍການເປັນປະທານໂດຍ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານຝຶກອົບຮົມແມ່ນສຸມໃສ່ການຊອກຫາແຫຼ່ງຂໍ້ມູນທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການຄົ້ນຄວ້າ ແລະ ເລີ່ມຕົ້ນໂດຍ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການ, ໄດ້ໃຫ້ການນໍາສະເໜີໂດຍຫຍໍ້ ໃນວິທີການລົງທະບຽນ ແລະ ການນໍາໃຊ້ OpenAthens. OpenAthens ແມ່ນແພດຟອມທີ່ສະໜັບສະໜູນໂດຍໂຄງການ ເພື່ອໃຫ້ສາມາດເຂົ້າເຖິງຫໍສະໝຸດອີເລັກໂຕນິກແບບທາງໄກໄດ້. ທ່ານ ປາດຖະໜາພອນໄດ້ໃຫ້ຄໍາແນະນໍາຜູ້ເຂົ້າຮ່ວມທຸກທ່ານໃຫ້ ສາມາດເຂົ້າເຖິງຫໍສະໝຸດອີເລັກໂຕນິກແບບທາງໄກໄດ້. ທ່ານນາງ ພາວລີນາໄດ້ມອບໝາຍໃຫ້ຜູ້ເຂົ້າຮ່ວມ ຊອກຫາ 2 ແຫຼູ່ງຂໍ້ມູນທີ່ກ່ຽວຂ້ອງກັບ ຫົວຂໍ້ທີ່ຕົນເອງນໍາສະເໜີໃນມື້ທີ 4 ໂດຍການນໍາໃຊ້ສະໝຸດອີເລັກໂຕນິກ. ຫຼັງຈາກຜູ້ເຂົ້າຮ່ວມສາມາດຊອກຫາຂໍ້ມູນ ແລະ ນໍາສະເໜີ ແລະ ແບ່ງປັນຂໍ້ຫຍຸ້ງຍາກທີ່ຕົນເອງພົບໃນການຫາຂໍ້ມູນແລ້ວ, ທ່ານນາງ ພາວລີນາໄດ້ໃຫ້ຄໍາແນະນໍາໃນວິທີການກໍານົດຄໍາສັບທີ່ໃຊ້ໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບບົດຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ສົນທະນາໃນຂໍ້ຫຍຸ້ງຍາກທີ່ກ່ຽວຂ້ອງກັບການຊອກຫາແຫຼ່ງຂໍ້ມູນສໍາລັບບົດຄົ້ນຄວ້າທາງດ້ານກົດໝາຍໃນລາວ ເນື່ອງຈາກເອກະສານທີ່ເປັນພາສາລາວແມ່ນຈໍາກັດ ແລະ ຄວາມຫຍຸ້ງຍາກໃນການຫາຄໍາສັບທີ່ເໝາະສົມໃນແພດຟອມເຊັ່ນວ່າ ຫໍສະໝຸດອີເລັກໂຕນິກ  ເຊິ່ງມີການແປພາສາຈາກ ລາວເປັນອັງກິດ ຫຼື ພາສາໄທ.

ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ສະແດງໃຫ້ເຫັນເຖິງແນວທາງທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຢ່າງກະຕືລືລົ້ນໃນການປະກອບສ່ວນໃນການສົນທະນາ ແລະ ກິດຈະກໍາ. ຜູ້ເຂົ້າຮ່ວມໄດ້ຕັ້ງຄໍາຖາມຫຼາຍຄໍາຖາມກ່ຽວກັບການຄົ້ນຄວ້າທາງດ້ານກົດໝາຍ ແລະ ວິທີການ, ຄວາມສັດຊື່ທາງວິຊາການ ແລະ ວິທີການທີ່ແນວຄິດນີ້ຈະສາມາດນໍາໃຊ້ໄດ້ໃນດ້ານວິຊາການຂອງ ສປປ ລາວ. ງານຝຶກອົບຮົມແມ່ນເປັນການຮວມໂຕຂອງ “ຊຸມຊົນນັກຄົ້ນຄວ້າຂອງສປປລາວ” ໃນອະນາຄົດເຊິ່ງມີຄວາມເປັນເອກະລັກ ແລະ ມີໝາກຜົນທີ່ດີ, ເຊິ່ງເນັ້ນຍໍ້າໃນຄວາມຕ້ອງການໃນການຮ່ວມມື ເພື່ອສົ່ງເສີມການຄົ້ນຄວ້າທາງດ້ານກົດໝາຍແບບຄຸນນະພາບ. ສຸດທ້າຍນີ້, ໃນຊ່ວງທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮັບການສະໜັບສະໜູນໃຫ້ເຂົ້າຮ່ວມໃນກອງປະຊຸມຄົ້ນຄວ້າ ທີ່ຈະຈັດຂຶ້ນໃນວັນທີ 15 ທັນວານີ້.

ໃນວັນທີ 1 ພະຈິກ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວລຸກຊໍາບວກໄດ້ຈັດການຝຶກອົບຮົມຫໍສະໝຸດອີເລັກໂຕນິກໃຫ້ແກ່ນັກສຶກສາປີ 1, ທີ່ ຄະນະນິຕິສາດ ແລະ ລັດຖະສາດ.

ນັກສຶກສາປີ 1 ຈາກຄະນະນິຕິສາດ ແລະ ລັດຖະສາດ ຈໍານວນ 30 ນ້ອງໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ປາດຖະໜາພອນ ນາມມະລາດ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລ.

ທ່ານ ປາດຖະໜາພອນໄດ້ແນະນໍານ້ອງນັກສຶກສາໃຫ້ຮູ້ຈັກກັບແຫຼ່ງຂໍ້ມູນທີ່ມີຢູ່ໃນຄະນະ ແລະ ວິທີການເຂົ້າເຖິງແຫຼ່ງມູນແບບທາງໄກ. ການຝຶກອົມຮົບແມ່ນເປີດໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ວິທີການເຂົ້າເຖິງແຫຼ່ງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານຫໍສະໝຸດອີເລັກໂຕນິກ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາໃນເວລາຮຽນ ແລະ ເຮັດບົດຄົ້ນຄວ້າ. ການຝຶກອົບຮົມໂດຍຜ່ານການປະຕິບັດຕົວຈິງກ່ຽວກັບວິທີການນໍາໃຊ້ສະໝຸດອີເລັກໂຕນິກ ໂດຍການນໍາໃຊ້ການຄົ້ນຫາທັງແບບພື້ນຖານ ແລະ ແບບຂັ້ນສູງ. ຜູ້ຝຶກອົບຮົມໄດ້ແນະນໍາເຕັກນິກໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງ, ເພື່ອຊ່ວຍໃຫ້ນັກສຶກສາສາມາດພັດທະນາທັກສະການຄົ້ນຄວ້າທີ່ສໍາຄັນ. ນອກຈາກນີ້, ການຝຶກອົບຮົມຍັງຊ່ວຍໃຫ້ນັກສຶກສາເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານເວັບໄຊຫໍສະໝຸດອີເລັກໂຕນິກ ຂອງຄະນະນິຕິສາດ ແລະ ລັດຖະສາດ.

ນັກສຶກສາທີ່ເຂົ້າຮ່ວມແມ່ນໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນໄລຍະການຝຶກອົບຮົມ. ໃນຕອນທ້າຍ, ຜູ້ຝຶກອົບຮົມໄດ້ນໍາພາຫຼິ້ນກິດຈະກໍາທີ່ມ່ວນຜ່ານ Kahoot ເຊິ່ງວິທີການນີ້ກໍເຮັດໃຫ້ນັກສຶກສາສາມາດຝຶກຝົນ ແລະ ທົບທວນບັນດາຂໍ້ມູນຕ່າງໆທີ່ໃຫ້ໄປ. ພາຍຫຼັງການຝຶກອົບຮົມ ມີນ້ອງໆຫຼາຍກວ່າ 30​ ນ້ອງ ທີ່ລົງທະບຽນເພື່ອນຳໃຊ້ຫໍສະໝຸດອີເລັກໂຕຣນິກແບບທາງໄກ

ການຝຶກອົບຮົມແມ່ນເປັນປະໂຫຍດຫຼາຍສໍາລັບນັກສຶກສາ ເຊິ່ງໄດ້ເຮັດໃຫ້ເຂົາເຈົ້າສາມາດພັດທະນາທັກສະທາງດ້ານການຄົ້ນຄວ້າ ແລະ ການເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື. ພວກເຮົາຫວັງວ່າຈະມີການຝຶກອົບຮົມທີ່ເປັນປະໂຫຍດແບບນີ້ໃນອະນາຄົດ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາທີ່ ຄະນະນິຕິສາດ ແລະ ລັດຖະສາດ.

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນວຽກງານການສອນ ແລະ ການພັດທະນາຂີດຄວາມສາມາດ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ.

ໃນລະຫວ່າງວັນທີ 14-16 ມິຖຸນາ, 2023, ງານສໍາມະນາໄດ້ຈັດຂຶ້ນ 3 ວັນ ພາຍໃຕ້ຫົວຂໍ້ປະເພນີທາງກົດໝາຍແບບສົມທຽບ ທີ່ນະຄອນຫຼວງວຽງຈັນ. ໂຄງການໄດ້ໃຫ້ການຕ້ອນຮັບ ສາສະດາຈານ Elise Poillot, ສາສະດາຈານຜູ້ທີ່ມາຈາກມະຫາວິທະຍາໄລ ລຸກຊໍາບວກ, ມາເປັນຜູ້ນໍພາໃນງານສໍາມະນາ.

ງານສໍາມະນາມຸ້ງເນັ້ນໃສ່ການເພີ່ມພູນຄວາມຮູ້ທາງກົດໝາຍຂອງຜູ້ເຂົ້າຮ່ວມ ກ່ຽວກັບລະບົບກົດໝາຍທີ່ມີຄວາມແຕກຕ່າງກັນ ແລະ ການພັດທະນາທາງປະຫວັດສາດຂອງບັນດາກົດໝາຍເຫຼົ່ານັ້ນ. ໂດຍສະເພາະແມ່ນ, ການໃຊ້ການປຽບທຽບລະຫວ່າງແຫຼ່ງກົດໝາຍທີ່ມາຈາກຈຸລະພາກ ແລະ ມະຫາພາກ. ໂດຍງານສໍາມະນາຂອງພວກເຮົາໄດ້ຮຽນເຊີນບັນດາອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມແຫ່ງ ສປປ ລາວ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ.

ໃນວາລະຕອນເຊົ້າຂອງງານສໍາມະນາມື້ທໍາອິດ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃຫ້ຮູ້ຈັກກ່ຽວກັບເງື່ອນໄຂທີ່ໃຊ້ໃນການຈັດປະເພດປະເພນີທາງດ້ານກົດໝາຍ. ໃນວາລະດັ່ງກ່າວແມ່ນໄດ້ປະກອບມີການສົນທະນາກັນກ່ຽວກັບປະຫວັດຄວາມເປັນມາຂອງລະບົບກົດໝາຍ, ປະເພດຂອງແຫຼ່ງທີ່ມາທາງກົດໝາຍ, ແລະ ລະບົບກົດໝາຍທີ່ມີສອງຮູບແບບ. ຈຸດປະສົງຂອງການນໍາສະເໜີແມ່ນເພື່ອໃຫ້ຄວາມຮູ້ຜູ້ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບລັກສະນະທີ່ແຕກຕ່າງກັນທາງກົດໝາຍຂອງລະບົບກົດໝາຍທີ່ກໍາລັງນໍາໃຊ້ຢູ່ໃນໂລກ.

ມື້ທີສອງຂອງງານສໍາມະນາ, ຜູ້ເຂົ້າຮ່ວມໄດ້ສຶກສາລົງເລິກກ່ຽວກັບປະເພນີທາງກົດໝາຍທີ່ມາຈາກຫຼາຍພາກສ່ວນ ໂດຍສະເພາະຢູ່ໃນເອີຣົບ, ອາເມຣິກາ, ອັບຟຣິກາ, ແລະ ອາຊີ, ຫົວຂໍ້ກົດໝາຍປະເພນີທາງຕາເວັນຕົກແມ່ນໄດ້ຮັບການຕອບຮັບທີ່ດີຈາກຜູ້ເຂົ້າຮ່ວມ, ເຊິ່ງນໍາໄປສູ່ການສົນທະນາກັນຢ່າງຄຶກຄື້ນລະຫວ່າງ ສາສະດາຈານ Elise Poilot ແລະ ຜູ້ເຂົ້າຮ່ວມ. ຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ ການພັດທະນາຂອງລະບົບສານຢູ່ໃນປະເທດທີ່ນໍາໃຊ້ລະບົບກົດໝາຍຮູບແບບລາຍລັກອັັກສອນ ທີ່ປຽບທຽບກັບປະເທດທີ່ນໍາໃຊ້ລະບົບກົດໝາຍຈາຮີດປະເພນີ. ສາດສະດາຈານ Elise Poillot ຍັງໄດ້ນໍາສະເໜີໃຫ້ເຂົ້າໃຈກ່ຽວກັບວ່າກົດໝາຍຂອງສະຫະພາບເອີຣົບມີຜົນກະທົບແນວໃດຕໍ່ບັນດາປະເທດສະມາຊິກໃນກຸ່ມ. ສາສະດາຈານ ຍັງໄດ້ໃຫ້ຕົວຢ່າງທີ່ເປັນຮູບປະທໍາ ແລະ ມັນໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິງເຊິ່ງຂຶ້ນກ່ຽວກັບປະເພນີທາງກົດໝາຍຕາເວັນຕົກຫຼາຍຂຶ້ນ. ວາລະດັ່ງກ່າວແມ່ນເຕັມໄປດ້ວຍຂໍ້ມູນທີ່ຄົບຖ້ວນ ແລະ ຂໍ້ມູນອັນລໍ້າຄ່າແກ່ຜູ້ເຂົ້າຮ່ວມທຸກທ່ານ.

ໃນລະຫວ່າງມື້ສຸດທ້າຍຂອງງານສໍາມະນາ, ສາສະດາຈານ Elise Poillot ໄດ້ໃຫ້ການນໍາສະເໜີກ່ຽວກັບກົດໝາຍອິດສະລາມ. ສາສະດາຈານ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມຄໍາຖາມກ່ຽວກັບບົດຮຽນທີ່ໄດ້ນໍາສະເໜີຈາກໃນສອງມື້ທີ່ຜ່ານມາ. ຜູ້ເຂົ້າຮ່ວມຫຼາຍທ່ານໄດ້ຖາມຄໍາຖາມທີ່ໜ້າສົນໃຈກ່ຽວກັບແຫຼ່ງທີ່ມາທາງກົດໝາຍ. ປະເດັນທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ ຄວາມສໍາຄັນຂອງລັກສະນະລະບົບກົດໝາຍຈາຮີດປະເພນີ ເນື່ອງຈາກມີຮູບແບບທີ່ຕ່າງຈາກລະບົບກົດໝາຍຂອງ ສປປ ລາວ ແລະ ໄດ້ໃຊ້ເວລາເພື່ອອະທິບາຍລັກສະນະ ແລະ ຄວາມແຕກຕ່າງຂອງລະບົບກົດໝາຍດັ່ງກ່າວ. ໃນວາລະສຸດທ້າຍຂອງການສະຫຼຸບງານສໍາມະນາ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມງານ, ໂດຍການໃຫ້ກຽດມອບໂດຍ ສາສະດາຈານ Elise Poillot.

ງານສໍາມະນາໄດ້ປະສົບຄວາມສໍາເລັດຢ່າງລາບລື່ນ ຍ້ອນການປະກອບສ່ວນຢ່າງກະຕືລືລົ້ນຂອງຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ, ໂດຍປະກອບມີໄອຍາການ, ຜູ້ປະຕິບັດກົດໝາຍ, ນັກກົດໝາຍ, ຜູ້ພິພາກສາ, ແລະ ຄະນະອາຈານຈາກ ຄນລ ແລະ ສຍຊ. ເພື່ອສືບຕໍ່ສ້າງຜົນສໍາເລັດ, ໂຄງການຂອງພວກເຮົາຈະສືບຕໍ່ການຮຽນເຊີນອາຈານຈາກມະຫາວິທະຍາໄລລຸກຊໍາບວກ ເພື່ອສືບຕໍ່ການບັນຍາຍໃຫ້ແກ່ບັນດາຄູອາຈານທີ່ກໍາລັງເຮັດວຽກໃນຂະແໜງກົດໝາຍ ໃນການເສີມສ້າງຄວາມຮູ້ທາງດ້ານກົດໝາຍໃຫ້ກັບພວກເຂົາ. ໂດຍສະເພາະແມ່ນມຸ້ງເນັ້ນໃ່ສ່ບັນດາອາຈານ ແລະ ນັກສຶກສາ ທີ່ຢູ່ໃນຄະນະນິຕິສາດ ແລະ ລັດຖະສາດ.

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊໍາບວກໄດ້ໃຫ້ການສະໜັບສະໜູນການພັດທະນາລັດແຫ່ງກົດໝາຍ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດງານໂຮງຮຽນກົດໝາຍລະດູແລ້ງຄັ້ງທີ 5 ໃນລະຫວ່າງຊ່ວງວັນທີ 7-9 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 17 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດໝາຍຂອງພວກເຂົາ ໃນການເຂົ້າຮ່ວມສໍາມະນາແບບເລັ່ງລັດເປັນເວລາ 3 ວັນ. ງານສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 9 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາແຫ່ງຊາດ 2 ທ່ານ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ 2 ທ່ານ, ໄອຍາການຈາກສະຖາບັນຝຶກອົບຮົບຂອງອົງການໄອຍາການປະຊາຊົນສູງສຸດແຫ່ງ ສປປປ ລາວ 2 ທ່ານ, ແລະ ນັກກົດໝາຍມາຈາກສະພາທະນາຍຄວາມ 2 ທ່ານ.

ໂຮງຮຽນກົດໝາຍລະດູແລ້ງມຸ່ງເນັ້ນການເສີມສ້າງຄວາມຮູ້ຜູ້ເຂົ້າຮ່ວມກ່ຽວກັບ “ວິທີການທາງກົດໝາຍໃນການສ້າງລັດແຫ່ງກົດໝາຍ” ໂດຍສະເພາະແມ່ນວິທີການທາງກົດໝາຍ ທີ່ມີຄວາມກ່ຽວຂ້ອງກັບການຕີຄວາມໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ. ໂຮງຮຽນກົດໝາຍລະດູແລ້ງໄດ້ລົງເລິກກ່ຽວກັບຂະບວນທັດຂອງວິທີການທາງກົດໝາຍ, ວິທີການສ້າງລັດແຫ່ງກົດໝາຍ ແລະ ວິທີການສ້າງກົດໝາຍ, ວິທີການການນໍາໃຊ້ກົດໝາຍ ແລະ ຂອບເຂດການເຮັດວຽກຂອງກົດໝາຍໃນສາກົນ ໂດຍສະເພາະແມ່ນ ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ. ໂຮງຮຽນກົດໝາຍລະດູຮ້ອນແມ່ນດໍາເນິນເປັນພາສາອັງກິດເຊິ່ງນໍາພາໂດຍ ສາສະດາອາຈານ Stefan Braum (ຈາກມະຫາວິທະຍາໄລລຸກຊຳບວກ) ແລະ ທ່ານ ນາງ Melina ANASTASOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ ນາງ Anna MORAITI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ Stanislav GUBENKO (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ ນາງ Areti KOLOVOU-NIKOLAKOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ),  ແລະ ອໍານວຍຄວາມສະດວກງານໂດຍ ທ່ານ ນາງ Paulina BASCHTON (ຜູ້ປະສານງານໂຄງການຂອງມະຫາວິທະຍາໄລລຸກຊຳບວກ ປະຈຳລາວ) ພ້ອມກັບນາຍແປພາສາ.

ໂຮງຮຽນກົດໝາຍລະດູແລ້ງເລີ່ມເປີດພິທີ່ໂດຍການຕ້ອນຮັບ ສາສະດາຈານ Stefan Braum, ຫົວໜ້າໂຄງການ. ທ່ານໄດ້ອະທິບາຍຄວາມໝາຍທີ່ມີຄວາມສົມບູນກ່ຽວກັບ ຂະບວນທັດຂອງວິທີການທາງກົດໝາຍໃນ ລັດທີ່ເປັນລັດແຫ່ງກົດໝາຍ ແລະ ຂະບວນການສ້າງກົດໝາຍ. ໃນຊ່ວງເຊົ້າຂອງມື້ທໍາອິດຂອງການສໍາມະນາ ແມ່ນໄດ້ສຸມໃສ່ການສົນທະນາກ່ຽວກັບຂອບເຂດ ແລະ ຄຸນລັກສະນະຂອງກົດໝາຍ, ຍັງໄດ້ສຸມໃສ່ລະບຽບການທົ່ວໄປ ແລະ ບົດຄັດຫຍໍ້ ໂດຍສະເພາະແມ່ນເຫດຜົນ, ແຮງຜັກດັນ, ການປະເມີນຄວາມສ່ຽງທີ່ກ່ຽວຂ້ອງກັບການສ້າງກົດໝາຍ. ໃນວາລະຕອນບ່າຍ ແມ່ນໄດ້ສຸມໃສ່ຂະບວນການທາງນິຕິບັນຍັດໃນລະບົບການເມືອງ ແລະ ຮູບແບບຂອງປະຊາທິປະໄຕທີ່ມີຄວາມແຕກຕ່າງກັນ. ຜູ້ເຂົ້າຮ່ວມຍັງໄດ້ສຶກສາລົງເລິກກ່ຽວກັບຂະບວນການຜັນປ່ຽນຈາກຮ່າງກົດໝາຍໄປເປັນກົດໝາຍໃນເຂດອໍານາດຂອງສານທີ່ມີຄວາມແຕກຕ່າງກັນ. ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດສຶກສາກ່ຽວກັບການອອກກົດໝາຍໂດຍຜ່ານຝ່າຍບໍລິຫານ ລວມເຖິງລະບຽບການບໍລິຫານ, ການກະທໍາອື່ນທີ່ກ່ຽວຂ້ອງກັບເນື້ອໃນທາງດ້ານກົດໝາຍ, ດໍາລັດກ່ຽວກັບການອອກກົດໝາຍ, ແລະ ກົດໝາຍທີ່ອອກແບບສຸກເສີນ ເຊິ່ງບັນຍາຍໂດຍ ທ່ານ ນາງ Melina ANASTASOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ແລະ ທ່ານ ນາງ Anna MORAITI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທັງສອງທ່ານຍັງໄດ້ໃຫ້ການບັນຍາຍກ່ຽວກັບພາບລວມໃນການສົມທຽບ ບົດບັນຍັດທີ່ກ່ຽວຂ້ອງພາຍໃຕ້ກົດໝາຍປະເທດ ເກຣັກ, ຝຣັ່ງ, ແລະ ລຸກຊໍາບວກ. ຫຼັງຈາກການບັນຍາຍສໍເລັດ, ຜູ້ເຂົ້າຮ່ວມໄດ້ສົນທະນາກັນຢ່າງຄຶກຄື້ນກ່ຽວກັບຄວາມທ້າທາຍທີ່ຍັງມີຢູ່ໃນຂະບວນການສ້າງກົດໝາຍໃນ ສປປ ລາວ ແລະ ພ້ອມກັບການຫາວິທີການແກ້ໄຂທີ່ເປັນໄປໄດ້ຕໍ່ກັບບັນຫາທີ່ເກີດຂຶ້ນ.

ໃນມື້ທີສອງຂອງງານສໍາມະນາ, ການບັນຍາຍແມ່ນມຸ້ງເນັ້ນໃສ່ວິທີການນໍາໃຊ້ ແລະ ການຕີຄວາມກົດໝາຍ. ຜູ້ເຂົ້າຮ່ວມໄດ້ຖືກແບ່ງອອກເປັນສອງກຸ່ມ ແລະ ໄດ້ເຮັດວຽກເພື່ອຊ່ວຍກັນແກ້ໄຂຄະດີທີ່ສົມມຸດຂຶ້ນ ເພື່ອນໍາສະເໜີຄໍາຕອບຂອງ ພວກເຂົາທີ່ຊອກມາໄດ້. ຜູ້ເຂົ້າຮ່ວມໄດ້ອະທິບາຍເຫດຜົນຂອງພວກເຂົາໃນການນໍາໃຊ້ວິທີການຕີຄວາມໝາຍທີ່ພວກເຂົາເລືອກຕໍ່ກັບຄະດີທີ່ສົມມຸດຂຶ້ນດັ່ງຕໍ່ໄປນີ້: ການຕີຄວາມໝາຍໂດຍອີງຕາມຄໍາສັບ, ການຕີຄວາມລັກສະນະທາງປະຫວັດສາດ ແລະ ຈຸດປະສົງ, ຫຼື ການຕີຄວາມແບບເປັນລະບົບ ເຊິ່ງແຕ່ລະກຸ່ມປະກອບດ້ວບຜູ້ພິພາກສາ, ໄອຍາການ, ແລະ ອາຈານທີ່ສອນກົດໝາຍຜູ້ທີ່ມີຄວາມຮູ້ ແລະ ມີຄວາມຊໍານິຊໍານານທີ່ແຕກຕ່າງກັນ, ທ່ານ ນາງ Anna MORAITI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ເປັນຜູ້ນໍາພາການຍາຍ ພ້ອມກັບແນະນໍາການນໍາສະເໜີຂອງຜູ້ເຂົ້າຮ່ວມ. ຫຼັງຈາກສໍາເລັດການນໍາສະເໜີບົດຝຶກຫັດ, ສາສະດາອາຈານ Stefan Braum ໄດ້ສະແດງຄໍາຄິດເຫັນຕໍ່ກັບວິທີການປັບປຸງການຕີຄວາມໝາຍ ເພື່ອແກ້ໄຂແຕ່ລະກໍລະນີທີ່ເກີດຂຶ້ນໃຫ້ມີປະສິດທິພາບ, ບັນຫາດັ່ງກ່າວລ້ວນແລ້ວແຕ່ກ່ຽວຂ້ອງກັບສາຂາທາງກົດໝາຍ ແລະ ສາມາດນໍາໃຊ້ເຂົ້າໃນອາຊີບຂອງບັນດາຜູ້ເຂົ້າຮ່ວມໄດ້. ວາລະດັ່ງກ່າວໄດ້ຈົບລົງໂດຍການນໍາສະເໜີຂອງຜູ້ເຂົ້າຮ່ວມກ່ຽວກັບ ຄວາມທ້າທາຍໃນການນໍາໃຊ້ກົດໝາຍຂອງ ສປປ ລາວ”.

ໃນວາລະຕອນບ່າຍຂອງງານສໍາມະນາ, ທ່ານ Stanislav GUBENKO (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ໄດ້ໃຫ້ການບັນຍາຍກ່ຽວກັບ ຫຼັກການຕັດສິນໃຈ Res Judicata  ແລະ  ການທົບທວນຂອງຝ່າຍຕຸລາການ. ຜູ້ເຂົ້າຮູ້ໄດ້ເຂົ້າໃຈກ່ຽວກັບຫຼັກການເຮັດວຽກຂອງ Res Judicata  ຫຼາຍຂຶ້ນ ແລະ ໄດ້ເສີມສ້າງຄວາມຮູ້ທາງກົດໝາຍຂອງພວກເຂົາກ່ຽວກັບລັກສະນະຜູກພັນຂອງການຕັດສິນໃຈທາງກົດໝາຍຂອງສານ ໂດຍສະເພາະແມ່ນຄວາມເປັນໄປໄດ້ໃນການທົບທວນການພິຈາລະນາຄະດີ. ວາລະດັ່ງກ່າວໄດ້ສືບຕໍ່ໂດຍການມອບກໍລະນີທີ່ເກີດຂຶ້ນຕົວຈິງ ແລະ ກໍລະນີທີ່ສົມມຸດຂຶ້ນໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອສົນທະນາກັນກ່ຽວກັບວິທີການແກ້ໄຂທີ່ເປັນໄປໄດ້ພາຍໃນຫ້ອງ. ໃນວາລະສຸດທ້າຍ, ຜູ້ເຂົ້າຮ່ວມໄດ້ມີໂອກາດຕອບແບບທົດສອບຢູ່ໃນຮູບແບບຂອງ Kahoot ທີ່ໄດ້ກຽມໄວ້ໂດຍຜູ້ໃຫ້ການບັນຍາຍ  ເພື່ອທົດສອບຄວາມຮູ້ທີ່ໄດ້ຮັບມາໃໝ່ກ່ຽວກັບ res judicata ແລະ ການທົບທວນຂອງຝ່າຍຕຸລາການ.

ໃນມື້ສຸດທ້າຍຂອງໂຮງຮຽນກົດໝາຍລະດູແລ້ງ, ງານສໍາມະນາໄດ້ມຸ້ງເນັ້ນໃສ່ການທົບທວນບົດຮຽນຈາກສອງມື້ທີ່ຜ່ານມາ. ຈຸດປະສົງຕົ້ນຕໍແມ່ນການສະຫຼຸບ ແລະ ສັງລວມຮ່ວມກັນໂດຍການສົນທະນາໃນໂຕະມົນ. ຜູ້ເຂົ້າຮ່ວມໄດ້ມີໂອກາດສະແດງຄໍາຄິດເຫັນໃນການວິທີການປັບປຸງການສອນ ແລະ ການຄົ້ນຄວ້າ ໂດຍຜ່ານການນໍາໃຊ້ວິທີການຄົ້ນຄວ້າທາງກົດໝາຍ. ພິທີປິດງານແມ່ນລົງທ້າຍດ້ວຍການມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມທຸກທ່ານ ເຊິ່ງໄດ້ໃຫ້ກຽດມອບໂດຍ ສາສະດາອາຈານ Stefan Braum.

ຜູ້ເຂົ້າຮ່ວມທັງໝົດໃນໂຮງຮຽນກົດໝາຍລະດູຮ້ອນໃນປີນີ້ ໄດ້ສະແດງຄວາມກະຕືລືລົ້ນ ແລະ ຫ້າວຫັນ, ໄດ້ມີສ່ວນຮ່ວມຢ່າງກະຕືລືລົ້ນກັບຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມດ້ວຍກັນໃນການຮັບຮູ້ຄວາມສໍາຄັນກ່ຽວກັບ ວິທີການທາງກົດໝາຍ. ​ຜູ້ເຂົ້າຮ່ວມ​ໄດ້​ຮຽນ​ຮູ້ ແລະ ເຂົ້າໃຈ​ເຖິງ​ຄວາມ​ສຳຄັນ​ ຂອງ​ບັນດາຫຼັກການກ່ຽວກັບລັດແຫ່ງກົດໝາຍ. ສໍາລັບການສະໜັບສະໜູນເພື່ອໃຫ້ເກີດຄວາມຕໍ່ເນື່ອງໃນການເສີມສ້າງຄວາມຮູ້ຂອງຜູ້ເຂົ້າຮ້ວມ, ຜູ້ເຂົ້າຮ່ວມທຸກທ່ານແມ່ນໄດ້ຮັບເອກະສານຕ່າງໆເພື່ອນຳໄປອ່ານເພີ່ມຕື່ມ ແລະ ເອກກະສານອື່ນໆທີ່ກ່ຽວຂ້ອງ.