ເປົ້າໝາຍຂອງພວກເຮົາ
ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.
ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.
ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ, ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດ.
ໂດຍທາງໂຄງການໄດ້ງານຝຶກອົບຮົມຂຶ້ນ ເປັນເວລາ 3 ວັນ ເພື່ອແນ່ໃສ່ ການພັດທະນາທັກສະທາງດ້ານການສິດສອນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.
ງານຝຶກອົບຮົມໄດ້ເນັ້ນໃສ່ ເຕັກນິກການສິດສອນ ກົດໝາຍ ແລະ ການອອກແບບຫຼັກສູດການຮຽນ-ການສອນ, ໂດຍການນໍາໃຊ້ກົດໝາຍອາຍາມາເປັນຕົວຢ່າງ. ການສໍາມະນາໃນຄັ້ງນີ້ແມ່ນໄດ້ນໍາພາໂດຍ ສາສະດາຈານ Yeo Meng Heong ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ. ການຝຶກອົບຮົມ ໃນຄັ້ງນີ້ແມ່ນພາກສ່ວນເສີມຂອງງານສໍາມະນາກ່ຽວກັບກົດໝາຍອາຍາ ທີ່ໄດ້ຈັດຂຶ້ນໃນຊ່ວງວັນທີ 18-20 ກໍລະກົດ 2022 ທີ່ຜ່ານມາ. ງານຝຶກອົບຮົມໃນຄັ້ງນີ້ນີ້ໄດ້ນໍາເອົາຄະນະຜູ້ອາຈານກັບມາຮ່ວມໂຕກັນອີກຄັ້ງ ເຊິ່ງມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວ, (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ, ຂອງມາຫາວິທະຍາໄລຈໍາປາສັກ (ຄນລ, ມຈ), ສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ) ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດ, ເຊິ່ງແມ່ນຄະນະຄູອາຈານທີ່ໄດ້ເຂົ້າຮ່ວມງານສໍາມະນາຄັ້ງທີ່ຜ່ານມາ.

ການຝຶກອົບຮົມໄດ້ເນັ້ນໃສ່ ການຊອກຫາລະດັບການສິດສອນທີ່ເເທດເໝາະ ເພື່ອການສ້າງສະພາດແວດລ້ອມທີ່ມີປະສິດທິພາບໃຫ້ກັບນັກສຶກສາ ໂດຍຜ່ານການສ້າງຄວາມເຂັ້ມແຂງໃນທັກສະການສິດສອນ.
ການຝຶກອົບຮົບແມ່ນໄດ້ປະກອບມີ ການບັນຍາຍ ແລະ ການສົນທະນາກັນເປັນກຸ່ມ, ເຊິ່ງຜູ້ເຂົ້າຮ່ວມກໍໄດ້ຮັບເອກກະສານປະກອບໃນການບັນຍາຍທີ່ໄດ້ກະກຽມໂດຍ ສາສະດາຈານ Yeo Meng Heong ແລະ ສາສະດາຈານ Chan Wing Cheong ເພື່ອເປັນແນວທາງ ໃນການນຳໃຊ້ເຕັກນິກການສິດສອນ ເພື່ອຊອກຫາລະດັບການສິດສອນກ່ຽວກັບກົດໝາຍໃຫ້ແທດເໝາະກັບນັກສຶກສາ ໂດຍຜ່ານວິທີການທີ່ເອີ້ນວ່າ Bloom’s Taxonomy ແລະ ພ້ອມກັນນັ້ນຍັງໄດ້ຮຽນຮູ້ເຕັກນິກການສິດສອນໃນຫ້ອງຮຽນຂະໜາດໃຫຍ່ ແລະ ນ້ອຍ, ການອອກແບບ Power Point, ການມີສ່ວນຮ່ວມຂອງນັກສຶກສາ, ການກະຕຸ້ນ, ແລະ ການປະເມີນຜົນ.
ໃນໄລຍະຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນເປັນກຸ່ມກ່ຽວກັບຫຼັກສູດການສອນ ແລະ ແຜນການປະເມີນຜົນ ທີ່ໄດ້ຮັບມາ. ເຊິ່ງຜູ້ເຂົ້າຮ່ວມໄດ້ຊອກຫາຈຸດແຕກຕ່າງ ແລະ ຈຸດຄ້າຍຄືກັນ ຂອງຫຼັກສູດດັ່ງກ່າວນີ້ ເພື່ອໄຈ້ແຍກ ຈຸດດີ ແລະ ຈຸດອ່ອນ ໃນການປຽບທຽບກັບຫຼັກສູດຂອງຜູ້ເຂົ້າຮ່ວມເອງ ແລະ ຍັງໄດ້ປຶກສາຫາລືກັນກ່ຽວກັບຄວາມເປັນໄປໄດ້ໃນການນໍາໃຊ້ບາງສ່ວນຂອງຫຼັກສູດດັ່ງກ່າວມາປະກອບໃສ່ໃນຫຼັກສູດຂອງລາວ.

ເຊິ່ງການເຂົ້າຮ່ວມຂອງອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດແມ່ນໄດ້ຮັບການສະໜັບສະໜູນຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ຈາກໂຄງການ ລາວ/031 ຂອງອົງການ LuxDev.

ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນ-ການສອນ.
ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ໂດຍກົດໝາຍອາຍາ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາໄດ້ຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບນັກວິຊາການຈາກສິງກະໂປເປັນຄັ້ງທໍາອິດ. ງານສໍາມະນາໃນຄັ້ງນີ້ໄດ້ນຳພາໂດຍ ສາສະດາຈານ Yeo Meng Heong ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ພ້ອມກັບ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ.
ງານສໍາມະນາໃນຄັ້ງນີ້ໄດ້ເນັ້ນໃສ່ ກົດໝາຍອາຍາ ແລະ ຄວາມຍຸຕິທໍາທາງອາຍາ ເຊິ່ງໃຊ້ກົດໝາຍປຽບທຽບ ເພື່ອວິເຄາະກົດໝາຍອາຍາລາວ ອ້າງອີງໃສ່ກົດໝາຍອາຍາຂອງ ສິງກະໂປ, ເຢຍລະມັນ, ແລະ ໄທ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ນໍາເອົາຄະນະອາຈານຜູ້ທີ່ມີຄວາມຮູ້ເລິກເຊິງກ່ຽວກັບກົດໝາຍອາຍາ ມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈໍາປາສັກ (ຄນລ, ມຊ), ແລະ ຈາກສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ) ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດ. ນອກນັ້ນຍັງມີ ນັກກົດໝາຍ ແລະ ຜູ້ປະຕິບັດກົດໝາຍ 6 ທ່ານ ທີ່ເປັນສະມາຊິກຂອງສະພາທະນາຍຄວາມ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍາການຈາກອົງການໄອຍການປະຊາຊົນສູງສຸດ ກໍໄດ້ເຂົ້າຮ່ວມງານສໍາມະນາຂອງພວກເຮົາໃນຄັ້ງນີ້.

ການຝຶກອົບຮົບແມ່ນໄດ້ປະກອບມີ ການບັນຍາຍ ແລະ ການສົນທະນາກັນເປັນກຸ່ມ, ເຊິ່ງຜູ້ເຂົ້າຮ່ວມກໍໄດ້ຮັບເອກກະສານປະກອບໃນການບັນຍາຍທີ່ໄດ້ກຽມມາໂດຍ ສາສະດາຈານ Yeo Meng Heong ແລະ ສາສະດາຈານ Chan Wing Cheong ທີ່ໄດ້ນຳໃຊ້ວິທີການປຽບທຽບລະບົບກົດໝາຍເພື່ອໃຊ້ວິເຄາະກົດໝາຍອາຍາ. ການສຳມະນາໄດ້ເນັ້ນໃສ່ເຄື່ອງມືຂອງການກະທຳຜິດທາງອາຍາ, ມາດຕະຖານການກະທໍາຜິດຂອງຄາດຕະກອນ, ໂດຍສະເພາະແມ່ນການມີສ່ວນຮ່ວມ, ການພະຍາຍາມຂ້າ ແລະ ການປ້ອງກັນ/ການປ້ອງກັນຕົນເອງ ແລະ ກົດໝາຍປົກປ້ອງຜູ້ທີ່ເປັນບ້າເສຍຈິດ.
ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນໃນຫຼາຍໆ “ສະຖານະການສົມໝຸດ” (ເຊິ່ງແມ່ນສະຖານະການນ້ອຍໆເພື່ອໃຫ້ຜູ້ເຂົ້າຮ່ວມຮ່ວມກັນແກ້ໄຂ) ໂດຍການຊອກເອົາ ປະມວນກົດໝາຍອາຍາຂອງຫຼາຍໆປະເທດ. ການຊອກວິທີການແກ້ໄຂໃນຄັ້ງນີ້ໄດ້ນໍາໄປສູ່ການປຶກສາຫາລືກັນແບບເລິກເຊິງເຖິງວິທີການແກ້ໄຂບັນຫາທາງດ້ານກົດໝາຍທີ່ຖືກຕ້ອງ, ຄວາມໝາຍທີ່ຖືກຕ້ອງຂອງບົດບັນຢັດທີ່ຕ້ອງມີຄວາມຊັດເຈນ, ຈຸດດີ ແລະ ຈຸດອ່ອນ ກ່ຽວກັບການນໍາໃຊ້ຄໍາສັບທາງດ້ານກົດໝາຍຂອງກົດໝາຍລາວເຊິ່ງປຽບທຽບກັບກົດໝາຍປະເທດອື່ນ.

ເຊິ່ງການເຂົ້າຮ່ວມຂອງອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດແມ່ນໄດ້ຮັບການສະໜັບສະໜູນຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ຈາກໂຄງການ ລາວ/031 ຂອງອົງການ LuxDev.
ໃນວັນທີ 21-24 ມິຖຸນາ 2022, ສາສະດາຈານ ສະເຕຟານ ບຣວມ ຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ເດີນທາມງມາຢ້ຽມຢາມ ສ.ປ.ປ ລາວ ພາຍຫຼັງການຜ່ອນຄາຍຂໍ້ຈໍາກັດທາງດ້ານການເດີນທາງເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19. ການມາຢ້ຽມຢາມຂອງລາວແມ່ນໄດ້ເລີ່ມຕົ້ນກັບການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງ, ເຊິ່ງການປະຊຸມດັ່ງກ່າວແມ່ນໄດ້ຈັດແບບເຊິງໜ້າເປັນຄັ້ງທໍາອິດໃນຮອບ 2 ປີຢູ່ທີ່ຄະນະນິຕິສາດ ແລະ ລັັດຖະສາດ ໃນວັນພຸດ 22 ມິຖຸນາທີ່ຜ່ານມາ. ການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງແມ່ນໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແຊມ ໄຊເນີຣ (ອຸປະທູດປະຈຳສະຖານທູດ ລຸກຊໍາບວກໃນ ສ.ປ.ປ ລາວ), ທ່ານ ເອນິກາ ບຣັກ (ຜູ້ຮັບຜິດຊອບພາກພື້ນອາຊີ, ກະຊວງການຕ່າງປະເທດ ແລະ ກົມເອີຣົບ ແລະ ຄູ່ຮ່ວມມືຂອງປະເທດລຸກຊໍາບວກໂດຍສະເພາະແມ່ນ LuxDev ແລະ ILSTA). ການປະຊຸມແມ່ນເນັ້ນໜັກເວົ້າເຖິງຜົນສໍາເລັດຂອງໂຄງການໃນໄລຍະທີ 2 ແລະ ກໍຍັງໄດ້ໂອລົມສົນທະນາກັນກ່ຽວກັບການວາງແຜນຂອງໂຄງການ ແລະ ທຶນທີ່ຈະນຳໃຊ້ເຂົ້າໃນໂຄງການໃນປີ 2022.


ໃນວັນທີ 23 ມິຖຸນາ, ສາສະດາຈານ ສະເຕຟານ, ດຣ ເພີລິນ ສີມອນ (ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ) ພ້ອມກັບ ດຣ ສົມເດດ ແກ້ວວົງສັກ (ຮອງອະທິການບໍດີ ຄະນະນິຕິສາດ ແລະ ລັດຖະສາດ), ທ່ານ ສົມສັກ ສິລິນທິບ (ຜູ້ປະສານງານໂຄງການຂອງຄະນະນິຕິສາດ ແລະ ລັດຖະສາດ) ແລະ ນາງ ທອງຄູນ ໄຊຍະຫົງ (ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ) ໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ, ແລະ ໄດ້ເດີນທາງໄປພົບກັບ ທ່ານ ຮອງອະທິການບໍດີ, ສາສະດາຈານ ດຣ ຮຸ່ງເພັດ ຈັນທະວົງ, ແລະ ໄດ້ເດີນທາງໄປຢ້ຽມຢາມ ທ່ານ ຮຈ ປອ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂອງ ສ.ປ.ປ ລາວ.




ຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ , ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນການສອນ.
ໂດຍທາງໂຄງການໄດ້ຈັດງານຝຶກອົບຮົມ 3 ວັນ ເພື່ອແນໃສ່ ການສິດສອນວິຊາກົດໝາຍ ໂດຍສະເພາະແມ່ນ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-17 ມິຖຸນາ ປີ 2022, ທີ່ ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.
ການຝຶກອົບຮົມໄດ້ເນັ້ນໃສ່ຫຼັກສູດການສອນ ວິຊາກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ທັກສະການສິດສອນລາຍວິຊາດັ່ງກ່າວໃຫ້ແກ່ ຄູອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ.
ການຝຶກອົບຮົມທັກສະການສອນໃນຄັ້ງນີ້, ໄດ້ຈັດຕັ້ງຂຶ້ນພາຍໃຕ້ການຮ່ວມມືໂດຍ ທ່ານ Jonathan Liljeblad ຈາກ ມະຫາວິທະຍາໄລແຫ່ງຊາດອົສຕາລິ ແລະ ທ່ານ ດຣ. Perrine Simon (ຜູ້ປະສານງານໂຄງການມະຫາວິທະຍາໄລລຸກຊຳບວກ).
ໃນຕອນເຊົ້າຂອງການຝຶກອົມຮົມ ແມ່ນໄດ້ສຸມໃສ່ການບັນຍາຍ, ສ່ວນຕອນສວາຍ ແມ່ນສຸມໃສ່ບັນດາກິດຈະກຳ ແລະ ການສົນທະນາເປັນກຸ່ມ. ເຊິ່ງຕະຫຼອດການເຂົ້າຮ່ວມກິດຈະກຳ, ຜູ້ເຂົ້າຮ່ວມກໍໄດ້ຮັບເອກະສານ ເຊິ່ງປະກອບມີແຫຼ່ງຂໍ້ມູນອ້າງອີງ ທີ່ນຳໃຊ້ເພື່ອການສິດສອນກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ແລະ ນອກນີ້, ຍັງມີຕົວຢ່າງຫຼັກສູດທີ່ຖືກນຳໃຊ້ແທ້ໃນມະຫາວິທະຍາໄລຕ່າງໆທົ່ວໂລກ.
ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນໃນກຸ່ມ ກ່ຽວກັບຂໍ້ດີ ແລະ ຂໍ້ຫຍຸ້ງຍາກຂອງຫຼັກສູດຕົວຢ່າງທີ່ໄດ້ຮັບມາ, ລວມເຖິງຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນຂອງຫຼັກສູດການສອນຂອງຜູ້ເຂົ້າຮ່ວມເອງ ແລະ ຄວາມເປັນໄປໄດ້ໃນການນໍາເອົາຫຼັກສູດຕົວຢ່າງຈາກຕ່າງປະເທດໄປແຊກໃສ່ໃນຫຼັກສູດການສິດສອນຂອງລາວເຮົາ.
ໃນມື້ສຸດທ້າຍຂອງການຝຶກອົບຮົມ, ທ່ານ Jonathan Liljeblad ໄດ້ແບ່ງປັນເຕັກນິກ ແລະ ການປະເມີນ ພ້ອມທັງແນະນໍາກ່ຽວກັບຫຼັກການ IRAC (ຫຼັກການທີ່ໃຊ້ໃນຊີ້ແຈ້ງເຫດຜົນທາງດ້ານກົດໝາຍ) ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ.
ເຊິ່ງການເຂົ້າຮ່ວມຂອງອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແມ່ນໄດ້ຮັບການສະໜັບສະໜູນຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ຈາກໂຄງການ ລາວ/031 ຂອງອົງການ LuxDev.



ໃນຂອບເຂດວຽກງານ ຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນ ການສິດສອນກົດໝາຍວ່າດ້ວຍສິ່ງແວດລ້ອມຢູ່ ສປປ ລາວ, ເຊິ່ງເປັນຫຼັກສູດວິຊາການທີ່ຈຳເປັນສຳລັບການພັດທະນາແບບຍືນຍົງ ແລະ ການປົກປັກຮັກສາດິນຟ້າອາກາດ. ການສຳມະນາ ກົດໝາຍສິ່ງແວດລ້ອມ ໄດ້ຈັດຂຶ້ນໃນວັນທີ 26-28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໃນຮູບແບບປະສົມປະສານ ເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ເປັນການຈັດການສຳມະນາແບບເຊີ່ງໜ້າຄັ້ງທໍາອິດໃນປີນີ້, ຫຼັງຈາກຂໍ້ຈໍາກັດຈາກ ສະຖານະການ Covid-19, ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມກິດຈະກໍາເຊິ່ງຫນ້າໄດ້, ໃນຂະນະທີ່ຜູ້ບັນຍາຍ ໄດ້ໃຫ້ການສໍາມະນາຜ່ານ Zoom. ການສຳມະນາຄັ້ງນີ້ໄດ້ເນັ້ນໃສ່ເນື້ອໃນຫລັກສູດ ແລະ ທັກສະການສອນກົດໝາຍສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນກົດໝາຍສິ່ງແວດລ້ອມ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ບໍລິຫານ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ.

ການສຳມະນາກົດໝາຍສິ່ງແວດລ້ອມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ທ່ານ Matthew Baird, ຜູ້ອໍານວຍການສະຖາບັນຄົ້ນຄວ້າກົດໝາຍສິ່ງແວດລ້ອມອາຊີ (ARIEL) ແລະ ປະສານງານໂດຍ Dr. Perrine Simon (ຜູ້ປະສານງານຂອງ Uni.lu). ທ່ານ Matthew Baird ເປັນທະນາຍຄວາມທີ່ມີຄວາມຊ່ຽວຊານທາງດ້ານກົດໝາຍສິ່ງແວດລ້ອມ ແລະ ມີປະສົບການອັນກວ້າງຂວາງ ໃນການຝຶກອົບຮົມຄູໃນອາຊີຕາເວັນອອກສຽງໃຕ້ ໂດຍໄດ້ຊ່ວຍເຫຼືອ ທະນາຄານພັດທະນາອາຊີ ໃນການພັດທະນາໂຄງການ Train the Trainers ສໍາລັບການພັດທະນາຄວາມສາມາດຂອງນັກວິຊາການດ້ານກົດໝາຍສິ່ງແວດລ້ອມໃນອາຊີ, ເຊິ່ງດໍາເນີນຢູ່ ກຳປູເຈຍ, ໄທ, ມຽນມາ ແລະ ຟີລິບປິນ.
ໃນພາກເຊົ້າແມ່ນໄດ້ ສຸມໃສ່ການບັນຍາຍ, ໃນຂະນະທີ່ພາກບ່າຍ ໄດ້ເຮັດກິດຈະກໍາ ແລະ ມີການສົນທະນາເປັນກຸ່ມ. ຜູ້ເຂົ້າຮ່ວມໄດ້ຮັບຫຼັກສູດ ລວມທັງຂໍ້ມູນອ້າງອີງສໍາລັບການຮຽນຮູ້ ແລະ ການສອນກົດຫມາຍສິ່ງແວດລ້ອມເຊັ່ນ: ຫຼັກສູດອອນໄລນ໌, ເອກະສານປະກອບການບັນຍາຍ, ແບບຂອງຫຼັກສູດ, ແລະ ຍັງໄດ້ຮັບອະນຸຍາດໃຫ້ເຂົ້າເຖິງໂຟລເດີ ລວມທັງແຫຼ່ງຂໍ້ມູນ ທາງເອເລັກໂຕຣນິກທີ່ສໍາຄັນ.

ມື້ທໍາອິດຂອງການສໍາມະນາແມ່ນໄດ້ລົງເລິກ ແນະນໍາກ່ຽວກັບກົດຫມາຍສິ່ງແວດລ້ອມ ແລະກົດຫມາຍສິ່ງແວດລ້ອມສາກົນ ແລະ ປະຕິບັດກັບຫຼັກການພື້ນຖານສິ່ງແວດລ້ອມ ແລະ ເຄື່ອງມືສາກົນ, ເຊີ່ງກວມເອົາທັງ hard law ແລະ soft law.

ໃນຕອນບ່າຍ, ພວກຂ້າພະເຈົ້າໄດ້ຕ້ອນຮັບ Dr. David J. Devlaeminck ຜ່ານ Zoom, ເຊິ່ງເປັນອາຈານສອນຢູ່ໂຮງຮຽນກົດໝາຍ, ນະຄອນ Chongquing ເພື່ອນຳສະເໜີກ່ຽວກັບກົດໝາຍວ່າດ້ວຍນ້ຳ, ໂດຍເນັ້ນກ່ຽວກັບສົນທິສັນຍາວ່າດ້ວຍສາຍນ້ຳ ແລະ ອ່າງແມ່ນ້ຳຂອງກັບສັນຍາແມ່ນ້ຳຂອງ, ສັນຍາແລກປ່ຽນຂໍ້ມູນຂ່າວສານສອງຝ່າຍ, ແລະ Soft Instruments. ຈາກນັ້ນ, ສາດສະດາຈານ Amanda Kennedy (ຄະນະນິຕິສາດ, ມະຫາວິທະຍາໄລເຕັກໂນໂລຍີ Queensland, ແລະ ປະທານຮ່ວມຂອງຄະນະກຳມາທິການການສອນ IUNC AEL), ໄດ້ນຳສະເໜີ “ການສອນກົດໝາຍສິ່ງແວດລ້ອມດ້ວຍສິລະປະການສອນ ແລະ ການປະຕິບັດຕົວຈິງ”. ຜູ້ເຂົ້າຮ່ວມ ໄດ້ຮັບຄຳແນະນຳ ທິດສະດີການຮຽນຮູ້ທີ່ແຕກຕ່າງກັນ ແລະ Bloom’s Taxonomy, ທີ່ກ່ຽວຂ້ອງກັບຜົນການຮຽນຮູ້, ວິທີການປະເມີນຜົນ, ແລະ ກິດຈະກໍາການຮຽນຮູ້.

The second day of the seminar was devoted to teaching Environmental Impact Assessment (EIA) and Comparative Environmental Law; teaching Climate Change Law and Litigation; and International Environmental Law with Matthew Baird. Dr. Perrine Simon led group discussions on curriculum design in the afternoon, where participants had to work in groups and choose one topic related to Environmental Law, such as Climate Change, International Legal Regime, International Environmental Law, and Natural Resources Law, and design their own curriculum on environmental law, including the content, learning objectives, and lesson plan. The other discussion topic was on pedagogy, where participants had to look back at their lesson plan and propose the learning activities or exercises to run with the students.

On the last day of the seminar, we had the chance to welcome Associate Prof. Jonathan Liljeblad from the Australian National University via Zoom to discuss designing Environmental Law curriculum. Participants also experienced blended learning and asynchronous teaching by watching a recorded lecture on “Human Rights and the Environment” prepared by Ass. Pr. Liljeblad. The final session with Mr. Baird dealt with resolving environmental disputes (environmental courts), environmental crime, and environmental justice. In the afternoon, we had a group discussion on reflective practice with Dr. Perrine Simon. Lecturers highlighted as their main challenges the lack of resources and of teaching tools, together with difficulties in communicating and transferring knowledge to students. They praised the access to teaching material and learning about pedagogy acquired during this 3-day event.

The participation of the lecturers of the Faculty of Law and Administrative of Champassak University and of the National Institute of Justice was made possible with the financial support of the LuxDev Project LAO/031.
ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລໄດ້ຈັດໂຮງຮຽນກົດໝາຍລະດູແລ້ງ ໃນລະຫວ່າງວັນທີ 18-20 ພຶດສະພາ 2022 ທີ່ວັງວຽງ. ຜູ້ສະຫມັກ 17 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍ ແລະ ທັກສະພາສາອັງກິດຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 11 ທ່ານ, ອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ບໍລິຫານ ມະຫາວິທະຍາໄລຈໍາປາສັກ 4 ທ່ານ ແລະ ນັກວິຊາການ 4 ທ່ານ (ຜູ້ພິພາກສາ 2 ທ່ານ ແລະ ທະນາຍຄວາມ 2 ທ່ານ). ການເຂົ້າຮ່ວມຂອງອາຈານ 2 ທ່ານຈາກຄະນະນິຕິສາດ ແລະ ບໍລິຫານ ມະຫາວິທະຍາໄລຈໍາປາສັກ ໄດ້ຮັບການຊ່ວຍເຫຼືອດ້ານການງົບປະມານຈາກໂຄງການ LAO/031.

ໂຮງຮຽນກົດຫມາຍລະດູແລ້ງ ໄດ້ລົງເລິກ “ຫຼັກການຂອງກົດຫມາຍ”, ໂດຍສະເພາະກັບຫຼັກການຄວາມຖືກຕ້ອງຂອງກົດໝາຍ (Legality), ທີ່ມີຄວາມກ່ຽວຂ້ອງທີ່ສຸດສໍາລັບການນໍາໃຊ້ກົດຫມາຍ. ພວກເຮົາໄດ້ສຸມໃສ່ຄວາມແນ່ນອນທາງດ້ານກົດຫມາຍ (“Lex Certa”), ຊຶ່ງຫມາຍຄວາມວ່າກົດຫມາຍຕ້ອງມີຄວາມຊັດເຈນ ແລະແນ່ນອນ ໃນການຕີຄວາມຫມາຍຂອງກົດຫມາຍ. ພວກເຮົາມີຄວາມຍິນດີທີ່ໄດ້ຕ້ອນຮັບທ່ານ ດຣ. Lasse Schuldt, ຜູ້ຊ່ວຍສາດສະດາຈານຂອງມະຫາວິທະຍາໄລທຳມະສາດ ທີ່ບາງກອກ, ປະເທດໄທ, ເຊິ່ງເປັນຊ່ຽວຊານດ້ານກົດໝາຍອາຍາ.

ໂຮງຮຽນກົດໝາຍລະດູແລ້ງນີ້ ມີຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ໃນແຕ່ລະວາລະ ໄດ້ປະກອບມີພາກປະຕິບັດຕົວຈິງ ທີ່ໄດ້ເຊື່ອມໂຍງທິດສະດີກັບສົມມຸດຖານບັນຫາທາງກົດຫມາຍ.

ມື້ທີ 1 ຂອງໂຮງຮຽນກົດໝາຍລະດູແລ້ງ ໄດ້ລົງເລິກເພື່ອກໍານົດຂອບເຂດຂອງຫຼັກການພື້ນຖານສາກົນ ແລະ ຄວາມເປັນສາກົນ (ICCPR, ມາດຕາ 15) ແລະ ແຫຼ່ງທີ່ມາພາຍໃນ (ມາດຕາ 4 ຂອງປະມວນກົດໝາຍອາຍາຂອງລາວ). ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ເປັນພິເສດໃນການພິຈາລະນາມາດຕະຖານ ເພື່ອຄວາມຊັດເຈນທາງກົດໝາຍ ແລະ ຄວາມຈຳເປັນ ທີ່ຈະຊອກຫາຄວາມສົມດູນລະຫວ່າງຄວາມຢືດຢຸນ ແລະ ຄວາມຫນ້າເຊື່ອຖືຂອງຂໍ້ກໍານົດທາງດ້ານກົດຫມາຍ. ໃນລະຫວ່າງການເຮັດກິດຈະກຳເປັນກຸ່ມ, ຜູ້ເຂົ້າຮ່ວມຕ້ອງໄດ້ກໍານົດ ແລະ ປະເມີນຂໍ້ກໍານົດທາງດ້ານກົດຫມາຍທີ່ບໍ່ຈະແຈ້ງ ແລະ ບໍ່ຊັດເຈນໃນຂໍ້ກໍານົດຂອງປະມວນກົດຫມາຍອາຍາທີ່ເລືອກໄວ້. ຜູ້ເຂົ້າຮ່ວມໄດ້ສົນທະນາກັນຢ່າງຫ້າວຫັນ ວ່າສາມາດເຂົ້າໃຈຄໍາສັບທີ່ບໍ່ຈະແຈ້ງໄດ້ ໂດຍຜ່ານວິທີການຕີຄວາມສະເພາະ ຫຼື ບໍ່ ຫຼື ວ່າຄຳເຫຼົ່ານັ້ນບໍ່ຈະແຈ້ງເກີນໄປ ແລະ ຄວນໄດ້ຮັບການຊີ້ແຈງ / ປັບປຸງໂດຍສະມາຊິກນິຕິບັນຍັດ.
ມື້ທີ 2 ໄດ້ລົງເລິກກ່ຽວກັບ Lex Certa ໃນການນໍາໃຊ້ກົດຫມາຍ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເຕັກນິກການຕີຄວາມໝາຍ. ໃນຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ແບ່ງອອກເປັນ 4 ກຸ່ມເພື່ອແກ້ໄຂບັນຫາທາງດ້ານກົດໝາຍ ຕາມສົມມຸດຖານທີ່ອາຈານສອນໄດ້ມອບໃຫ້. ການຊົດເຊີຍຄ່າເສຍຫາຍ ແມ່ນໄດ້ເຮັດໃນຮູບແບບຂອງບົດບາດທີ່ກ່ຽວຂ້ອງກັບການຮ້ອງຟ້ອງ ແລະ ໃນຖານະເປັນໄອຍະການ ຫຼື ຈໍາເລີຍ.

ມື້ທີ 3 ໄດ້ລົງເລິກກ່ຽວກັບ Lex Certa ໃນການສ້າງກົດຫມາຍ. ຜູ້ເຂົ້າຮ່ວມໄດ້ພິຈາລະນາ ການສ້າງນິຕິກໍາທີ່ດີ ທີ່ກ່ຽວຂ້ອງກັບຄວາມແນ່ນອນທາງດ້ານກົດຫມາຍ. ໃນຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮ່າງກົດໝາຍ ຖານຄວາມຜິດກ່ຽວກັບ “ຂ່າວປອມ”.

ຜູ້ເຂົ້າຮ່ວມທັງໝົດໄດ້ສະແດງຄວາມກະຕືລືລົ້ນ ແລະ ຫ້າວຫັນໃນລະຫວ່າງການຝຶກອົບຮົມດັ່ງກ່າວ ແລະ ໄດ້ສົນທະນາ ຖາມ-ຕອບ ຢ່າງກະຕືລືລົ້ນກັບຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມດ້ວຍກັນ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຖິງຄວາມສຳຄັນ ຂອງການເຄົາລົບຫຼັກການຂອງກົດໝາຍໃນທຸກສາຂາ. ຜູ້ເຂົ້າຮ່ວມທັງໝົດແມ່ນໄດ້ຮັບລາຍການອ່ານ ພ້ອມດ້ວຍ ອຸປະກອນການສະໜັບສະໜູນການຮຽນຮູ້ເຊັ່ນ: ບົດອະທິບາຍປຶ້ມແບບຮຽນ, ການອ້າງອີງເຖິງຄະດີຂອງໄທ, ຂໍ້ຍ່ອຍຂອງປະມວນກົດໝາຍອາຍາອາຊີຕາເວັນອອກສ່ຽງໃຕ້ ເພື່ອເສີມສ້າງຄວາມຮູ້ໃຫ້ແກ່ຜູ້ເຂົ້າຮ່ວມ.

