[smartslider3 slider=”24″]

ເປົ້າໝາຍຂອງພວກເຮົາ

ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.

ການສຶກສາກົດໝາຍ

ການຖ່າຍທອດຄວາມຮູ້ທາງກົດໝາຍ

ການວິໄຈທາງກົດໝາຍ

ການສ້າງຄວາມຮູ້ທາງກົດໝາຍ

ການເຂົ້າເຖິງຄວາມຮູ້

ການເຜີຍແຜ່ຄວາມຮູ້ທາງກົດໝາຍ

ກິດຈະກຳໄວໆນີ້

Mon
Tue
Wed
Thu
Fri
Sat
Sun
M
T
W
T
F
S
S
29
30
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
1
2

ຂ່າວຫຼ້າສຸດ

ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ,  ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ຂອບໃຈໂຄງການອິຣັສມຸດ ພລັສ (Erasmus+ programme) ເຊິ່ງສະໜັບສະໝູນໂດຍ ຄະນະກໍາມະການເອີຣົບ (ສະຫະພາບເອິຣົບ) ມະຫາວິທະຍາໄລລຸກຊໍາບວກ ໄດ້ຕ້ອນຮັບນັກສຶກສາແລກປ່ຽນຄົນລາວຜູ້ທໍາອິດໃນເດືອນກັນຍາ 2019. ມະຫາວິທະຍາໄລລຸກຊໍາບວກ ໄດ້ເຊັນຂໍ້ຕົກລົງກັບມະຫາວິທະຍາໄລແຫ່ງຊາດໃນເດືອນເມສາ 2019 ໃນການເປັນມະຫາວິທະຍາໄລທີ່ຮ່ວມໃນໂຄງການ ອິຣັສມຸດ ພລັສ ຜ່ານຄະນະນິຕິສາດ ແລະ ລັດຖະສາດ. ນັກສຶກສາດທີ່ຈະໄປແລກປ່ຽນ ແມ່ນຖືກຄັດເລືອກໂດຍອີງໃສ່ ຄວາມຮູ້ທາງກົດໝາຍ, ລະດັບພາສາອັງກິດ ແລະ ຄວາມຕັ້ງໃຈຂອງນັກສຶກສາ ໂດຍການຄັດເລືອກ ແມ່ນຜ່ານການປະສານງານກັບທາງຄະນະນິຕິສາດ ແລະ ລັດຖະສາດ, ໂດຍແມ່ນ ດຣ. ເພີຣີນ ຊິມອນ ກັບ ທ່ານ ສົມສັກ ສິລິທິບ ແລະ ທ່ານ ນາງ ສອນນາລີ ນັນທະວົງ ເຊິ່ງທັງສອງແມ່ນ ອຈ ພາຍໃນຄະນະ. ຜ່ານການຄັດເລືອກ ນາງ ທອງຄູນ ໄຊຍະຫົງ ໄດ້ຖືກຮັບເລືອກໃຫ້ທຶນການສຶກສາ ໄປສຶກສາເປັນເວລາໜຶ່ງພາກຮຽນ ໃນຫຼັກສູດປະລິນຍາຕີ ສາຂາກົດໝາຍ ທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (Belval Campus). ນັກສຶກສາ ໄດ້ເຂົ້າຮ່ວມການຮຽນເປັນພາສາອັງກິດໃນພາກຮຽນທີໜຶ່ງ ໃນລະດູໜາວເຊິ່ງລວມມີວິຊາ ກົດໝາຍລັດຖະທຳມະນູນໂລກ, ກົດໝາຍລະຫວ່າງຊາດພາກລັດ, ນິຕິປັດຊະຍາ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ກົດໝາຍແຮງງານ. ເຊິ່ງລາວກໍໄດ້ສໍາລັດ ແລະ ເສັງຜ່ານໄປດ້ວຍດີ. 

ມະຫາວິທະຍາໄລລຸກຊຳບວກ ເປັນມະຫາວິທະຍາໄລທີ່ໂດດເດັ່ນທີ່ມີຫຼາຍພາສາ ແລະ ວັດທະນະທໍາທີ່ຫຼາກຫຼາຍ ມີຈາກນັກສຶກສາຈາກທົ່ວທຸກມຸມໂລກມາຮຽນຢູ່. ນາງ ທອງຄູນ ໄດ້ກ່າວວ່າ ລາວໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງໃນໄລຍະການຮໍ່າຮຽນຢູ່ຕ່າງປະເທດ, ໂດຍສະເພາະວິທີການສອນໃນລຸກຊຳບວກ ທີ່ມີຄວາມແຕກຕ່າງຫຼາຍ ເມື່ອສົມທຽບໃສ່ປະເທດລາວ. ລາວໄດ້ຮຽນຮູ້ໃນເລື່ອງການສ້າງ ແລະ ຍົກເອົາແນວຄິດ ແລະ ຂໍ້ໂຕ້ແຍ້ງທາງກົດໝາຍ ແລະ ໄດ້ນຳໃຊ້ທັກສະດັ່ງກ່າວໂຕຈິງຜ່ານການເຮັດກໍລະນີສຶກສາ ແລະ ວິເຄາະ case-law ໄດ້ດີຂຶ້ນ, ໄດ້ເພີ່ມຄວາມຮູ້ຄວາມເຂົ້າກ່ຽວກັບທິດສະດີກົດໝາຍ ແລະ ຍັງໄດ້ເຮັດວຽກເປັນກຸ່ມຢູ່ເລື້ອຍໆໃນຫ້ອງຮຽນ. ນາງ ທອງຄູນ ຍັງໄດ້ພັດທະນາທັກສະພາສາອັງກິດຂອງຕົນຕື່ມອີກຫຼາຍ ແລະ ໄດ້ສ້າງປະສົບການໃໝ່, ພົບປະຄົນ ແລະ ໄດ້ຮຽນຮູ້ວັດທະນະທຳຕ່າງຊາດອີກດ້ວຍ. 

“ການໄປແລກປ່ຽນຢູ່ປະເທດລຸກຊຳບວກ ເຮັດໃຫ້ຂ້ອຍໄດ້ເຮັດໃນສິ່ງທີ່ຕົນບໍ່ຄຸ້ນເຄີຍມາກ່ອນ ແລະ ຍັງເປັນການເປີດປະຕູສູ່ປະສົບການ ແລະ ໂອກາດໃໝ່ໆໃຫ້ກັບຂ້ອຍເອງນຳອີກ.”

ນາງ ທອງຄູນ ຖືກຄັດເລືອກໃຫ້ເຂົ້າຮ່ວມຮຽນໃນຫຼັກສູດ STARS Winter School ໂດຍໄດ້ຮັບສະໜັບສະໜູນຈາກໂຄງການ Erasmus+ ເຊິ່ງເນັ້ນໜັກການບໍລິການທາງດ້ານກົດໝາຍໃນສະຫະພາບເອີຣົບ. ການຮຽນການສອນ ແມ່ນຈັດຂຶ້ນທີ່ ມະຫາວິທະຍາໄລໂຣມາເຕຣ (Roma Tre) ທີ່ປະເທດອິຕາລີ ໃນເດືອນກຸມພາ 2020 ແລະ ເຊິ່ງສ່ວນໜຶ່ງແມ່ນຈັດໂດຍ ສຈ. Elise Poillot ຈາກພາກວິຊານິຕິສາດ ຂອງ ມະຫາວິທະຍາໄລລຸກຊຳບວກ. ນີ້ຖືວ່າເປັນປະສົບການທີ່ອືກອັນໜຶ່ງຂອງນາງ ທອງຄູນ ທີ່ເຄີຍເປັນອາສາສະໝັກຢູ່ທີ່ ສູນບໍລິການທາງດ້ານກົດໝາຍເພື່ອປະຊາຊົນ ທີ່ ຄນລ ເຊິ່ງການມີສ່ວນຮ່ວມຄັ້ງນີ້ ແມ່ນເຮັດໃຫ້ລາວໄດ້ຮຽນຮູ້ຮ່ວມກັບການບໍລິການທາງດ້ານກົດໝາຍໃນບໍລິບົດຂອງເອີຣົບ ຮ່ວມກັບນັກສຶກສາຈາກມະຫາວິທະຍາໄລ Roma Tre ແລະ Brescia ໃນອິຕາລີ, ມະຫາວິທະຍາໄລ Palackeho V Olomouci ໃນສາທາລະນະລັດເຊັກ ແລະ ມະຫາວິທະຍາໄລ Romano-Americana ໃນຣູມານີ.

ອາຈານລາວສອງທ່ານ,​ ທ່ານ ບຸນເລີດ ຊາພັກດີ ແລະ ທ່ານ ສົມສັກ ຫົງວິຈິດ, ໄດ້ຖືກຕ້ອນຮັບໂດຍມະຫາວິທະຍາໄລລຸກຊໍາບວກ ເປັນເວລາສອງເດືອນ ເພື່ອໄປດຳເນີນການຄົ້ນຄວ້າ ນັບແຕ່ເດືອນພຶດສະພາ ຫາ ເດືອນມິຖຸນາ 2019. ພາຍຫຼັງເດີນທາງເຖິງ, ອາຈານທັງສອງທ່ານ ໄດ້ໃຫ້ການນໍາສະເໜີຫົວຂໍ້ທີ່ຕ້ອງການຄົ້ນຄວ້າທີ່ງານຈັດໂດຍ ໂຮງຮຽນກົດໝາຍລະດັບປະລິນຍາເອກ ຂອງມະຫາວິທະຍາໄລລຸກຊໍາບວກ.​ ພວກເພິ່ນໄດ້ມີໂອກາດຮັບຄໍາຕິຊົມຈາກທາງສາດສະດາຈານ ແລະ ພົບປະນັກສຶກສາປະລິຍາເອກຜູ້ອື່ນໆພ້ອມ.​

ອາຈານທັງສອງໄດ້ເຂົ້າຮ່ວມການສໍາມະນາ ແລະ ການບັນຍາຍຕ່າງໆ ທີ່ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ໄດ້ນໍາໃຊ້ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຂອງທາງມະຫາວິທະຍາໄລ, ໂດຍສະເພາະຫ້ອງສະໝຸດເອເລັກໂຕຣນິກ. ພວກທ່ານຍັງໄດ້ປຶກສາຫາລືຢ່າງເຈາະເລິກກ່ຽວກັບບົດຄົ້ນຄວ້າຂອງຕົນ ກັບສາສະດາຈານທີ່ເປັນທີ່ປຶກສາ ແລະ ນັກຄົ້ນຄວ້າຜູ້ອື່ນໆ. ອາຈານທັງສອງ ແມ່ນກຳລັງຮ່າງບົດຄວາມວາລະສານກົດໝາຍ ໂດຍໄດ້ຮັບການນຳພາ ແລະ ເປັນທີ່ປຶກສາໂດຍຜູ້ປະສານງານໂຄງການ ເຊິ່ງຈະຊ່ວຍໃຫ້ທັງສອງໄດ້ຮັບການຕີພິມໃນວາລະສານກົດໝາຍ ທີ່ເປັນພາສາອັງກິດ. ບົດຄົ້ນຄວ້າທັງສອງ ແມ່ນມີຄວາມຕິດພັນ ແລະ topical ສຳລັບປະເທດລາວ ເຊິ່ງ ທ່ານ ສົມສັກ ໄດ້ເຮັດບົດຄົ້ນຄວ້າກ່ຽວກັບ “ວິວັດທະນາການຂອງກົນໄກການບັງຄັບປະຕິບັດສົນທິສັນຍາປະຊາຄົມເສດຖະກິດເອີຣົບແບບເກົ່າ: ມີບົດຮຽນຫຍັງແດ່ສຳລັບອາຊຽນ?” ແລະ ທ່ານ ບຸນເລີດ ຄົ້ນຄວ້າກ່ຽວກັບ “ການວິເຄາະຂອບຂອງກົດໝາຍໃນການຕ້ານການສໍ້ລາດບັງຫຼວງໃນ ສປປ ລາວ”.

ໃນການຢ້ຽມຢາມລາວ ຂອງຄະນະຕາງໜ້າຈາກລຸກຊຳບວກ ໃນຄັ້ງນີ້ ແມ່ນນຳໂດຍ ປອ. ສະເຕຟານ ບຣວມ ມາພ້ອມກັບນັກຄົ້ນຄວ້າລະດັບປະລິນຍາເອດ ແລະ ຫຼັງປະລິນຍາເອກ ໄດ້ເປັນກຽດເຂົ້າພົບປະກັບ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ໃນວັນທີ 24 ພຶດສະພາ.

ນອກນັ້ນ, ສຈ. ສະເຕຟານ ບຣວມ ຍັງໄດ້ຖືໂອກາດໃນການໂອ້ລົມກ່ຽວກັບ ຄວາມຄືບໜ້າ ແລະ ໝາກຜົນຂອງ ໂຄງການຮວ່ມມືລະຫວ່າງມະຫາວິທະຍາໄລ ລະຫວ່າງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ມະມະຫາວິທະຍາໄລລຸກຊຳບວກ ກັບຕົວແທນຈາກຂະແໜງຂອງການສຶກສາ ແລະ ກົດໝາຍ. ສຈ. ສະເຕຟານ ບຣວມ ໄດ້ພົບປະກັບ ຮສ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງການພົບປະໃນຄັ້ງນີ້ເປັນການຢັ້ງຢືນຄວາມມຸ່ງໝັ້ນຕໍ່ການປະຕິບັດພັນທະໃນການພັດທະນາ ພາຍໃຕ້ການຮວ່ມມືຂອງທັງສອງຄະນະຂອງສອງມະຫາວິທະຍາໄລ ເຊິ່ງເປັນຕົວແບບໃຫ້ກັບຄະນະອື່ນໃນ ມຊ.

ເພື່ອເຊື່ອມຕໍ່ການສຶກສາດ້ານກົດໝາຍ ກັບຄວາມຕ້ອງການຂອງການປະຕິບັດ ແລະ ສ້າງຄວາມເຂົ້າໃຈໃຫ້ດີຂຶ້ນກ່ຽວກັບສະພາບຂອງປະເທດລາວ, ສຈ. ສະເຕຟານ ບຣວມ ແລະ ດຣ. ເພີຣີນ ຊິມອນ ໄດ້ມີໂອກາດໄປຢ້ຽມຢາມ ທ່ານ ບຸນຕາ ສ. ພາບມີໄຊ, ຜູ້ອຳນວຍການສະຖາບັນຍຸຕິທຳແຫ່ງຊາດ ແລະ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ໃນວັນທີ 27 ແລະ 28 ຂອງເດືອນພຶດສະພາ 2019.

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ຈັດ ງານສຳມະນາການຄົ້ນຄວ້າທາງກົດໝາຍ ແລະ ວິທີການ ໃນວັນທີ 21-23 ພຶດສະພາ 2019. ໃນການສຳມະນາຄັ້ງນີ້ ແມ່ນເຂົ້າຮ່ວມໂດຍຄະນະຕາງໜ້າຈາກ ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊໍາບວກ, ນຳພາໂດຍ Pr. Stefan Braum, ຮ່ວມກັບ Mr. Jean-Marc Ceci, Dr. Sofia Mirandola, Mr. Andrii Hubai and Miss. Marie Gerardy.

ໃນໄລຍະເວລາ 3 ມື້ ຂອງການສຳມະນາ ແມ່ນກວມເອົາລາຍລະອຽດຂອງວິທີການການຄົ້ນຄວ້າທາງກົດໝາຍ, ເຊິ່ງແນໃສ່ເສີມສ້າງທັກສະພື້ນຖານໃນການຄົ້ນຄວ້າທາງກົດໝາຍໃຫ້ແກ່ອາຈານທີ່ ຄນລ.

ໃນງານສຳມະນາ ປະກອບມີບົດບັນຍາຍໃນຫົວຂໍ້ “ກົດໝາຍ ໃນຖານະເປັນສາຂາວິຊາຮຽນໜຶ່ງ”, “ບົດບາດ ແລະ ໜ້າທີ່ຂອງອົງການຕຸລາການ”, ພ້ອມທັງປະກອບມີ ການເຝິກອົບຮົມ ກ່ຽວກັບ “ການອ້າງອີງເອກະສານ, ການຄັດລອກຜົນງານຂອງຜູ້ອື່ນ ແລະ ຈັນຍາບັນທາງວິຊາການ” ຫຼື “ທັກສະການສິດສອນ” ເຊິ່ງໃນການເຝິກອົບຮົມດັ່ງກ່າວ ແມ່ນຜູ້ເຂົ້າຮ່ວມໄດ້ມີການແບ່ງກຸ່ມກັນເຂົ້າຮ່ວມການເຝິກອົບຮົມວິທີການຄົ້ນຄວ້າ ທີ່ຕ່າງລະດັບກັນກໍຄື ລະດັບພື້ນຖານ ແລະ ລະດັບສູງ (ເຊັ່ນ “ການເຮັດບົດຄົ້ນຄວ້າທີ່ດີ: ຂັ້ນຕອນ ແລະ ຕົວຢ່າງຂອງບົດຄົ້ນຄວ້າ”; “ວິທີການອອກຄຳເຫັນກ່ຽວກັບຄຳຕັດສິນຂອງສານ” ແລະ ອື່ນໆ.)

ຄະນະ ຈາກ ມະຫາວິທະຍາໄລລຸກຊຳບວກ ຍັງໄດ້ເປັນກຽດເຂົ້າຢ້ຽມຢາມ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ທ່ານໄຊສີ ສັນຕະວົງ ໃນວັນທີ 24 ພຶດສະພາ ອີກດ້ວຍ.

ໃນວັນທີ 23 ຫາ 26 ເມສາ 2019, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລລຸກຊຳບວກ ໄດ້ຕ້ອນຮັບ ທ່ານ ດຣ. ບາຊັກ ບາລາຍານ ໃນການເປັນສຳມະນາກອນ ໃນງານສຳມະນາ ເປັນເວລາສີ່ມື້ ໃນຫົວຂໍ້ “ກົດໝາຍສິດທິມະນຸດສາກົນ”.

ດຣ. ບາຊັກ ບາລາຍານ ເປັນຜູ້ຊ່ຽວຊານຜູ້ໜຶ່ງທີ່ມີຊື່ສຽງ ແລະ ປະສົບການ ໃນຂົງເຂດສິດທິມະນຸດ ແລະ ທ່ານໄດ້ຂຽນກ່ຽວກັບສິດທິມະນຸດມາຫຼາຍສົມຄວນ, ໂດຍສະເພາະ ກ່ຽວກັບ ທຸລະກິດ ແລະ ສິດທິມະນຸດ. ທ່ານໄດ້ຈັດຊຸດບົດບັນຍາຍ ໃຫ້ແກ່ ບັນດາຄູອາຈານ 15 ທ່ານ ຈາກ ຄນລ, ສຸມໃສ່ບັນຫາທົ່ວໄປ ແລະ ສະເພາະເຈາະຈົງ ໃນຂົງເຂດຂອງກົດໝາຍສິດທິມະນຸດສາກົນ ໂດຍສະເພາະແມ່ນ ດ້ານການລົງທຶນຕ່າງປະເທດ. ຜູ້ເຂົ້າຮວ່ມທຸກຄົນ  ແມ່ນມີສ່ວນຮ່ວມໃນບົດສົນທະນາ ແລະ ພ້ອມທັງໄດ້ຮັບໃບຢັ້ງຢືນໃນການເຂົ້າຮວ່ມການສຳມະນາ.

ດຣ. ບາຊັກ ບາລາຍານ ຍັງໄດ້ເຊີນ ດຣ. ບົວລະພຽນ ສີສຸກ ເຊິ່ງເປັນອາຈານຢູ່ທີ່ ຄນລ ເຂົ້າຮ່ວມໃຫ້ການບັນຍາຍໃນງານສຳມະນາເຊັ່ນດຽວກັນ ເຊິ່ງເພິ່ນກໍໄດ້ບັນຍາຍໃນຫົວຂໍ້ກ່ຽວກັບ ສິດທິມະນຸດໃນກົດໝາຍຂອງອາຊຽນ.

ໃນວັນທີ 21 ມີນາ 2019, ດຣ. ເພີຣີນ ຊິມອນ ຜູ້ປະສານງານໂຄງການຈາກ ມະຫາວິທະຍາໄລລຸກຊຳບວກ ທີ່ປະຈຳຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ການຄົ້ນຄວ້າທາງກົດໝາຍ ແມ່ນຫຍັງ?”. ໃນການເຝິກອົບຮົມ ມີອາຈານ ແລະ ສະມາຊິກ ຈາກ ຄນລ ແລະ ພະແນກຄົ້ນຄວ້າ ຈາກ ມະຫາວິທະຍະໄລແຫ່ງຊາດ ປະມານ 20 ທ່ານ ໄດ້ເຂົ້າຮວ່ມ. ການເຝິກອົບຮົມໄດ້ສ້າງໂອກາດໃຫ້ ຜູ້ເຂົ້າຮ່ວມ ຮຽນຮູ້ ແລະ ສົນທະນາແລກປ່ຽນ ກ່ຽວກັບ ຄວາມຄ້າຍຄື ແລະ ຈຸດພິເສດທີ່ແຕກຕ່າງ ຂອງ ວິທິການຄົ້ນຄວ້າໃນຂົງເຂດຂອງກົດໝາຍ ແລະ ລັດຖະສາດ.