ດຣ. ເພີຣີນ ຊິມອນ, ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ລັດເເຫ່ງກົດໝາຍ’’ ໃນວັນທີ 2 ພະຈິກ 2018 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ.

ການບັນຍາຍຄັ້ງນີ້ ແມ່ນຈັດຂຶ້ນໂດຍໂຄງການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ເຊິ່ງຮ່ວມກັບ ສະຖາບັນ ILSTA ທີ່ຈັດການບັນຍາຍແບບນີ້ໃຫ້ແກ່ນັກສຶກສາ ຄນລ ເປັນປະຈຳ.

ການບັນຍາຍຄັ້ງນີ້ ມີນັກສຶກສາ, ຄູອາຈານ ເເລະ ຊ່ຽວຊານທາງດ້ານກົດໝາຍເຂົ້າຮ່ວມຫຼາຍກວ່າ 120 ຄົນ.

ພາຍໃຕ້ການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະນິຕິສາດ ແລະ ລັດຖະສາດ, ການສຳມະນາເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍ ຄັ້ງທີ II ໄດ້ຈັດຂຶ້ນໃນວັນທີ 4-7 ກັນຍາ 2018.

ງານສຳມະນາຄັ້ງນີ້ ເປັນງານທຳອິດທີ່ຈັດໂດຍ ຜູ້ປະສານງານໂຄງການຜູ້ໃໝ່ ດຣ. ເພີຣີນ ຊິມອນ ເຊິ່ງມາແທນ ດຣ. ເຮເລັນ ເດິ ກີສ. ທີ່ ຄນລ ໄດ້ມີການຕ້ອນຮັບຄະນະຈາກ ມະຫາວິທະຍາໄລລຸກຊຳບວກ ເຊິ່ງມີ ສຈ. ສະເຕຟານ ບຣວມ ແລະ ນັກຄົ້ນຄວ້າຫຼັງປະລິນຍາຕີ 4 ທ່ານ ເຊິ່ງມາໃຫ້ການບັນຍາຍທີ່ ຄນລ ໃນໄລຍະ 3 ມື້ຂອງງານ.

ງານສຳມະນາຄັ້ງນີ້ ແມ່ນສຸມໃສ່ວິທີການຄົ້ນຄວ້າທາງກົດໝາຍ, ການວາງໂຄງຮ່າງ ແລະ ຂຽນບົດຄົ້ນຄວ້າທາງກົດໝາຍ. ງານສຳມະນາຄັ້ງຫຼ້າສຸດ ແມ່ນມີຜົນຕອບຮັບທີ່ດີຫຼາຍຈາກບັນດາຄູອາຈານທີ່ ຄນລ. ການເຝິກອົບຮົມພາຍໃນງານກໍເຊັ່ນດຽວກັນ ເຊິ່ງບັນດາຄູອາຈານທີ່ເຂົ້າຮ່ວມໄດ້ພາກັນປະກອຍສ່ວນຢ່າງຟົດຟື້ນ.

ບາງຈຳນວນໃນຜູ້ເຂົ້າຮ່ວມທັງ 50 ທ່ານ ຈາກ ຄນລ ໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມງານສຳມະນາເຜີຍແຜ່ການຄົ້ນຄວ້າທາງກົດໝາຍຄັ້ງນີ້ ທີ່ໃຫ້ການນຳພາໂດຍ ສຈ. ສະເຕຟານ ບຣວມ ແລະ ນັກຄົ້ນຄວ້າຈາກ ມະຫາວິທະຍາໄລລຸກຊຳບວກ ເຊິ່ງເພິ່ນກໍໄດ້ຮັບຂອງຂວັນແທນຄຳຂອບໃຈຈາກ ຄນລ ເຊັ່ນດຽວກັນ.

ໃນວັນພຸດທີ 23 ຂອງເດືອນພຶດສະພາ, ດຣ ເຮເລັນ ເດີ ກີສ ໄດ້ໃຫ້ການບັນຍາຍ ທີ່ຄະນະນິຕິສາດ ແລະ ລັດຖະສາດ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?”. ບົດບັນຍາຍດັ່ງກ່າວໄດ້ຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງສະຖາບັນ ILSTA ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.​

ດຣ. ເຮເລັນ ໄດ້ນໍາສະເໜີກ່ຽວກັບບົດບາດອັນສໍາຄັນຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາໄປຈົນເຖິງຈໍາເລີຍ. ໃນບົດບັນຍາຍ ມີນັກສຶກສາ ແລະ ອາຈານຫຼາຍກວ່າ 120 ຄົນເຂົ້າຮ່ວມ. ນັກສຶກສາໄດ້ໃຫ້ຄວາມສົນໃຈຢ່າງສູງໃນຫົວຂໍ້ ເຊິ່ງສະແດງອອກໃນການສົນທະນາ ແລະ ໃນຊ່ວງຂອງການຖາມ-ຕອບ.

ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບສາສະດາຈານສອງທ່ານຈາກມະຫາວິທະຍາໄລລຸກຊຳບວກ ສຈ. ລູກາ ຣັດຕິ ແລະ ສຈ. ແມັດທິວ ຮັບໂພຣ ທີ່ຕາງໜ້າມາສອນທີ່ນະຄອນຫຼວງວຽງຈັນ ເປັນເວລາອາທິດ. ທ່ານທັງສອງໄດ້ໃຫ້ການບັນຍາຍກ່ຽວກັບ ກົດໝາຍລະຫວ່າງຊາດພາກລັດ ແລະ ກົດໝາຍແຮງງານ ໃຫ້ແກ່ຄູອາຈານ ຄນລ.

ໂດຍຮ່ວມມືກັບ ILSTA ທ່ານທັງສອງຍັງໄດ້ປະກອບສ່ວນ ໂດຍການໃຫ້ການບັນຍາຍແລກປ່ຽນກັບນັກສຶກສາ ຄນລ. ສຈ. ແມັດທິວ ຮັບໂພຣ ໄດ້ເປີດການສໍາມະນາໃນຫົວຂໍ້ “ກົດໝາຍລະຫວ່າງປະເທດໃນໂລກທີ່ມີອຳນາດຫຼາຍຂົ້ວ, ທັດສະນະໃນຍຸກຂອງ ທ່ານ ໂດນອລ ທຣັມ, ທ່ານ ປູຕິນ ແລະ ການລາອອກຈາກສະຫະພາບເອີຣົບຂອງອັງກິດ (Brexit) ເຊິ່ງຄູອາຈານ ແລະ ນັກສຶກສາຫຼາຍກວ່າ 140 ທ່ານ ເຂົ້າຮ່ວມການສຳມະນາໃນຄັ້ງນີ້

Pr. Ratti also gave an open lecture on “The Core Concepts of Labour Law and their Evolution”. He outlined the ສຈ. ລູກາ ຣັດຕິ ກໍໄດ້ໃຫ້ການບັນຍາຍໃນຫົວຂໍ້ “ຫຼັກການສຳຄັນ ແລະ ວິວັດທະນາການຂອງກົດໝາຍແຮງງານ”. ທ່ານໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາ, ແຫຼ່ງທີ່ມາ ແລະ ຫຼັກການທົ່ງໄປຂອງກົດໝາຍແຮງງານ. ທ່ານຍັງຍົກໃຫ້ເຫັນການສິ້ນສຸດສາຍພົວພັນວ່າດ້ວຍການຈ້າງງານ ແລະ ການຄຸ້ມຄອງການຢຸດຈ້າງງານທີ່ບໍ່ເປັນທຳ.

ໃນເດືອນພຶດສະພາ 2018, ມະຫາວິທະຍາໄລລຸກຊຳບວກ ໄດ້ຕ້ອນຮັບຄູອາຈານລາວ 2 ທ່ານ ເປັນຄັ້ງທຳອິດ ເຊິ່ງອາຈານທັງສອງ ແມ່ນໄດ້ໄປເຮັດບົດຄົ້ນຄວ້າ ເປັນເວລາໜຶ່ງເດືອນ ຢູ່ທີ່ມະຫາວິທະຍາໄລລຸກຊຳບວກ. ທ່ານນາງ ທິບມະນີ ອິນທະວົງ ໄດ້ເລີ່ມເຮັດບົດຄົ້ນຄວ້າກ່ຽວກັບການແກ້ໄຂຂໍ້ຂັດແຍ່ງໃນຂົງເຂດກົດໝາຍແຮງງານ (The just cause requirement in labour law ກົດໝາຍການຊັດມ້ຽນຄະດີໃນລາວ, ການວິເຄາະແບບປຽບທຽບ) ແລະ ທ່ານ ປາງທອງ ໄຊຍະວົງ ໄດ້ເຮັດບົດກ່ຽວກັບ ພັນທະທາງນິເວດວິທະຍາຂອງນັກລົງທຶນຕ່າງປະເທດໃນລາວ ໃນບໍລິບົດຂອງກົດໝາຍສາກົນ (ພັນທະທາງສິ່ງແວດລ້ອມຂອງນັກລົງທຶນສາກົນໃນລັດທີ່ຮັບ). (The Environmental Obligations of Foreign Investors in Host States).

ຄູອາຈານທັງສອງຄົນ ໄດ້ມີໂອກາດໃນການໃຊ້ສິ່ງອຳນວຍຄວາມສະດວກຂອງຫໍສະໝຸດມະຫາວິທະຍາໄລລຸກຊຳບວກໃນການດຳເນີນການຄົ້ນຄວ້າ ແລະ ພົບປະປຶກສາກັບສາສະດາຈານທາງດ້ານກົດໝາຍ ເພື່ອຂໍຄຳແນະນຳກ່ຽວກັບຫົວຂໍ້ການຄົ້ນຄວ້າຂອງຕົນ. ທັງສອງຍັງໄດ້ໄປຢ້ຽມຢາມສານຍຸຕິທຳຂອງສະຫະພາບເອີຣົບ ແລະ ເປັນກຽດເຂົ້າຢ້ຽມຢາມສະຖານທູດລາວ ທີ່ກຸງບຸກແຊນ ປະເທດແບນຊິກ.

ການໄປເຮັດບົດຄົ້ນຄວ້າ ແມ່ນແນໃສ່ການສຳເລັດການຂຽນບົດ ພາຍໃຕ້ການເປັນທີ່ປຶກສາຂອງຜູ້ປະສານງານໂຄງການ ເຊິ່ງບົດຄົ້ນຄວ້າດັ່ງກ່າວ ແມ່ນໄດ້ອີງຕາມຮູບແບບຂອງວາລະສານກົດໝາຍທີ່ເປັນພາສາອັງກິດ. ທ່ານ ປາງທອງ ໄຊຍະວົງ ໄດ້ສໍາເລັດການຄົ້ນຄວ້າ ແລະ ຕີພິມຜົນງານ “ການລົງທຶນຂອງສາກົນ ແລະ ການປົກປັກຮັກສາສິ່ງແວດລ້ອມ: ກໍລະນີຂອງ ສປປ ລາວ” ໃນສະບັບພິເສດຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໃນວາລະສານກົດໝາຍ ‘Critical Quarterly for Legislation and Law/ Revue critique trimestrielle de jurisprudence et de législation’ (Nomos) ປີ 2019.(see).

ດຣ. ເຮເລັນ ເດິ ກີສ ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ການຈັດການບັນຍາຍຄັ້ງນີ້ ຖືວ່າຢູ່ໃນຂົງເຂດການຮ່ວມມືລະຫວ່າງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ທີ່ໄດ້ຈັດການບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ. ໃນນີ້ ມະຫາວິທະຍາໄລລຸກຊຳບວກກໍໃຫ້ການປະກອບສ່ວນຢູ່ເປັນປະຈຳ.

ດຣ. ເຮເລັນ ໄດ້ຍົກໃຫ້ເຫັນຄວາມຮູ້ທົ່ວໄປ ກ່ຽວກັບປະຫວັດການສ້າງຕັ້ງສະພາຄວາມໝັ້ນຄົງ, ໂຄງຮ່າງການຈັດຕັ້ງ, ລະບົບການເຮັດວຽກ ແລະ ລວມໄປເຖິງ ອຳນາດໃນການນຳໃຊ້ມາດຕະການຂວໍ້າບາດ. ນ້ອງນັກສຶກສາຫຼາຍກວ່າ 120 ຄົນ ໄດ້ເຂົ້າຮ່ວມຟັງການບັນຍາຍຄັ້ງນີ້ ໂດຍພາບບັນຍາກາດກໍເຕັມໄປດ້ວຍຄວາມຟົດຟື້ນ ເຊິ່ງນັກສຶກສາໄດ້ຍົກຫຼາຍປະເດັນທີ່ຕົນມີຄວາມສົນໃຈ ພ້ອມທັງ ມີການແລກປ່ຽນ ຖາມ-ຕອບ ໄປມາກ່ຽວກັບຫຼາຍບັນຫາ. 

ໂຄງການຮ່ວມມືສະໜັບສະໜູນຄະນະນິຕິສາດ ແລະ ລັດຖະສາດ ທີ່ມະຫາວິທະຍາໄລແຫ່ງຊາດລາວ, ສີ່ນັກສຶກສາປະລິນຍາເອກທີ່ເປັນຕົວແທນຕາງໜ້າ, ແລະ ໜຶ່ງນັກຄົ້ນຄວ້າປະລິນຍາເອກ ພ້ອມດ້ວຍຮອງສາດສະດາຈານ ຊິວເວຍ ອາເລຈີຊາ ແລະ ອະທິການບໍດີ ສາດສະດາຈານ ສະເຕຟສຍ ບຣອມ ໄດ້ເຂົ້າຮ່ວມເວີກຊອບການວິໄຈຄົ້ນຄວ້າ ທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນພຶດສະພາ, 2017.

ສໍາລັບສາດສະດາຈານ ບຣອມ ແລະ ຮອງສາດສະດາຈານ ຊິວເວຍ ອໍເລຈີຊາ ທັງສອງເປັນຜູ້ຊ່ຽວຊານດ້ານກົດໝາຍອາຍາ, ເປັນການສືບຕໍ່ຂອງໂຄງການທີ່ເລີ່ມຕົ້ນແຕ່ປີ 2013 ພ້ອມວິໄສທັດໃນການເສີມສ້າງການສຶກສາທາງດ້ານກົດໝາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ. ພວກເຂົ້າໄດ້ຢ້ຽມຢາມມະຫາວິທະຍາໄລໃນລາວໃນປີ ເດືອນພຶດສະພາ, 2016 ເພື່ອຊ່ວຍເຫຼືອງານເວີກຊອບກ່ຽວກັບການຄ້າມະນຸດ ແລະ ການລັກລອບອົບພະຍົບຢ່າງຜິດກົດໝາຍໃນພາກພື້ນ.

ລະຫວ່າງການເດີນທາງປີນີ້, ມີນັກສຶກສາປະລິນຍາເອກ Olivier Voordeckers, Moritz Klein, Anna Mosna ແລະ Basak Baglayan Ceyhan, ແລະ ນັກວິໄຈຫຼັງປະລິນຍາເອກ Dr Giovanni Zaccaroni ເຂົ້າຮ່ວມດ້ວຍ.

ໂດຍການຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (Ilsta), ທີ່ເຮັດວຽກຮ່ວມກັບກະຊວງການຕ່າງປະເທດລຸກຊຳບວກ, ນັກວິຊາການລຸກຊຳບວກເຂົ້າຮ່ວມບັນດາເວິກຊອບເພື່ອສຸມໃສ່ການສະໜັບສະໜູບທັກສະການວິໄຈທີ່ມະຫາວິທະຍາໄລໃນວຽງຈັນ. ເປັນເວລາສາມມື້ທີ່ໄດ້ທຸ້ມເທໃຫ້ກັບງານເວີກຊ໋ອບ ທີ່ມີການສົນທະນາກ່ຽວກັບການວິໄຈ ໂດຍເລີ່ມຈາກງານເວີກຊອບກ່ຽວກັບວິທີການເລືອກຫົວຂໍ້, ແລະ ປິດທ້າຍໂດຍເວີກຊອບທັກສະການຂຽນບົດວິໄຈທາງກົດໝາຍ.

ບັນດາຕົວແທນລຸກຊຳບວກໄດ້ຮັບການຕອບແທນທີ່ອົບອຸ່ນໃນລາວ. ງານເວີກຊອບປະສົບຜົນສຳເລັດໃນການສ້າງການອະພິປາຍທີ່ໜ້າສົນໃຈກ່ຽວກັບຄຳຖາມການວິໄຈ ແລະ ກໍຍັງໄດ້ປະກອບສ່ວນເຂົ້າໃນການສົນທະນາການບັນຍາຍຂອງ Dr Zaccaron. “The Role of the European Union as a Global Legal and Political Actor”.

ການຮ່ວມມືໃນອະນາຄົດ

ງານເວິກຊ໋ອບກ່ຽວກັບການຄົ້ນຄວ້າວິໄຈແມ່ນງານທຳອິກລະຫວ່າງສອງຄະນະ, ພ້ອມກັບການວາງແຜນທີ່ຈະຈັດງານເປັນປະຈຳທຸກປີ. ພ້ອມດຽວກັນນັ້ນ, ເປັນແຜນການທີ່ຈະໃຫ້ສອງນັກຄົ້ນຄວ້າລາວໄປເຮັດການຄົ້ນຄວ້າວິໄຈຢູ່ປະເທດລຸກຊຳບວກໃນປີໜ້າ.

ເພື່ອເປັນການເນັ້ນການຮ່ວມມືທີ່ສຳຄັນ, ຄະນະຕາງໜ້າທັງໝົດໄດ້ເຂົ້າພົບກັບລັດຖະມົນຕີກະຊວງຍຸດຕິທຳ, ທ່ານ ໄຊສີ ຊັນຕິວົງ ພ້ອມດ້ວຍອຸປະທູດຂອງສະຖານທູດລຸກຊຳບວກປະຈຳລາວ, ທ່ານ ຄຣາວ ເຈັນເຈັນ, ພ້ອທທັງຕົວແທນຈາກອົງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແລະ ໂຄງການລຸກຊຳບວກເພື່ອການພັດທະນາ.

ຄວາມພະຍາຍາມໃນການສະໜັບສະໜູນການສອນກົດໝາຍ ແລະ ການຄົ້ນຄວ້າວິໄຈໃນການ ຈະສືບຕໍ່ໃນອະນາຄົນເຊິ່ງເປັນພາກສ່ວນຂອງການຂະຫຍາຍກິດຈະກຳລະຫວ່າງປະເທດ ຂອງຄະນະ. ດຣ. ເຮເລັນ ເດີ ຈີດທ ຈົບປະລິນຍາເອກຈາກມະຫາວິທະຍາໄລລຸກຊຳບວກ, ແມ່ນຜູ້ປະສານງານຫ້ອງການປະຈຳຢູ່ໃນວຽງຈັນ ຕັ້ງແຕ່ປີ 2017. “ການປະຈຳຢູ່ພາກພື້ນເຮັດໃຫ້ປະເມີນຄວາມຕ້ອງການຂອງຄູໄດ້ດີຂຶ້ນ ແລະ ຊ່ວຍໃຫ້ຂ້ອຍສາມາດຖ່າຍທອດປະສົບການຂອງຕົນໄດ້ໂດຍກົງ” ດຣ. ເດີ ຈີດທ ອະທິບາຍ.

Article retrieved from: https://wwwfr.uni.lu/fdef/actualites/fostering_research_skills_at_national_university_of_laos