ງານສຳມະນາການຄົ້ນຄວ້າທາງກົດໝາຍ, ວັນທີ 21-23 ພຶດສະພາ 2019
ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ຈັດ ງານສຳມະນາການຄົ້ນຄວ້າທາງກົດໝາຍ ແລະ ວິທີການ ໃນວັນທີ 21-23 ພຶດສະພາ 2019. ໃນການສຳມະນາຄັ້ງນີ້ ແມ່ນເຂົ້າຮ່ວມໂດຍຄະນະຕາງໜ້າຈາກ ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊໍາບວກ, ນຳພາໂດຍ Pr. Stefan Braum, ຮ່ວມກັບ Mr. Jean-Marc Ceci, Dr. Sofia Mirandola, Mr. Andrii Hubai and Miss. Marie Gerardy. ໃນໄລຍະເວລາ 3 ມື້ ຂອງການສຳມະນາ ແມ່ນກວມເອົາລາຍລະອຽດຂອງວິທີການການຄົ້ນຄວ້າທາງກົດໝາຍ, ເຊິ່ງແນໃສ່ເສີມສ້າງທັກສະພື້ນຖານໃນການຄົ້ນຄວ້າທາງກົດໝາຍໃຫ້ແກ່ອາຈານທີ່ ຄນລ. ໃນງານສຳມະນາ ປະກອບມີບົດບັນຍາຍໃນຫົວຂໍ້ “ກົດໝາຍ ໃນຖານະເປັນສາຂາວິຊາຮຽນໜຶ່ງ”, “ບົດບາດ ແລະ ໜ້າທີ່ຂອງອົງການຕຸລາການ”, ພ້ອມທັງປະກອບມີ ການເຝິກອົບຮົມ ກ່ຽວກັບ “ການອ້າງອີງເອກະສານ, ການຄັດລອກຜົນງານຂອງຜູ້ອື່ນ ແລະ … Continued