ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທຳອິດ, ວັນທີ 13 ພຶດສະພາ 2020

ການສະໜັບສະໜຸນຂອງ ມະຫາວິທະຍາໄລລຸກຊຳບວກ ໃນການສ້າງຫ້ອງສະໝຸດອີເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຕາມຂໍ້ຕົກລົງທີ່ເຊັນກັບອົງການ “EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ໃນເດືອນພະຈິກ 2019. E-library ແມ່ນຫ້ອງສະໝຸດແບບດິຈິຕອລ ທີ່ສາມາດເຂົ້າເຖິງໄດ້ຜ່ານເວັບໄຊຂອງ ຄນລ (http://flp.nuol.edu.la/e-library/) ທີ່ສາມາດຊ່ວຍໃຫ້ທຸກຄົນເຂົາເຖິງຄັງຂໍ້ມູນທາງອອນລາຍເຊັ່ນ: ປຶ້ມອີເລັກໂຕຣນິກ, ວາລະສານວິຊາການ, ແລະ ແຫຼ່ງຂໍ້ມູນອື່ນໆ ເຊັ່ນ ບັນດາວາລະສານ ແລະ ໜັງສືພິມ. ໃນວັນທີ 13 ພຶດສະພາ ທີ່ຜ່ານມານີ້, ການເຝິກອົບຮົມທາງອິນເຕີເນັດຄັ້ງທຳອິດກ່ຽວກັບ “ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຼນິກ” ໄດ້ຖືກຈັດຂຶ້ນໃຫ້ແກ່ອາຈານສອນ ແລະ ພະນັກງານຫໍສະໝຸດຂອງ ຄນລ ຫຼາຍກວ່າ 50 ຄົນ. ການເຝິກອົບຮົມດັ່ງກ່າວ ແມ່ນນຳພາໂດຍ ທ່ານນາງ ນັນທະລັດ ນົນທິວັດວະນິດ ເຊິ່ງເປັນນັກວິສະວະກອນບໍລິການກ້ອງສະໝຸດຈາກ EBSCO Thailand. ນີ້ກໍຖືວ່າ ແມ່ນເຄື່ອງມືທີ່ຈຳເປັນໃນການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ການຄົ້ນຄວ້າ! ການຝຶກອົບຮົມອື່ນໆແມ່ນຈະຕາມມາໃນໄວໆນີ້!

ການເປີດໃຫ້ນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກຂອງ ຄນລ-ມຊ, ວັນທີ 24-25 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ນີ້ຖືວ່າເປັນບາດກ້າວອັນສຳຄັນ ສຳລັບນັກຄົ້ນຄວ້າໃນລາວ ທີ່ຈະສາມາດເຂົ້າເຖິງແຫຼ່ງຂໍ້ມູນເອເລັກໂຕຣນິກໄດ້ຫຼາຍຂຶ້ນ. ໃນເດືອນພະຈິກ 2019 ທີ່ຜ່ານມາ ມະຫາວິທະຍາໄລລຸກຊຳບວກ ໄດ້ສຳເລັດການເຊັນຂໍ້ຕົກລົງຮ່ວມກັບອົງການ EIFL (Electronic Information for Libraries ອົງການຂໍ້ມູນເອເລັກໂຕຣນິກສຳລັບຫ້ອງສະໝຸດ) ເຊິ່ງເປັນອົງການທີ່ບໍ່ສະແຫວງຜົນກຳໄລ ທີ່ມີປະສົບການສູງໃນການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກໃນປະເທດທີ່ກຳລັງພັດທະນາທົ່ວໂລກ ແລະ ຈະມາຕິດຕັ້ງຫ້ອງສະໝຸດດັ່ງກ່າວໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຫ້ອງສະໝຸດເອເລັກໂຕຣນິກນີ້ ຈະເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນທາງເອເລັກໂຕຣນິກຕ່າງໆ ທັງໃນສາຂາກົດໝາຍ ແລະ ໃນສາຂາຮຽນອື່ນໆ ແລະ ທາງອົງການຍັງມີແຜນທີ່ຈະເຝິກອົບຮົມໃຫ້ແກ່ພະນັກງານຫ້ອງສະໝຸດ ຫຼື ບັນນາຮັກໃນການນຳໃຊ້ອີກດ້ວຍ. ເຮົາສາມາດເຂົ້ານຳໃຊ້ຫ້ອງສະໝຸດເອເລັກໂຕຣນິກຜ່ານເວັບໄຊຂອງ ຄນລ (https://flp.nuol.edu.la/e-library/).  ຫ້ອງສະໝຸດເອເລັກໂຕຣນິກ ເຮັດໃຫ້ສາມາດເຂົ້າເຖິງຄັງຂໍ້ມູນຫຼາຍອັນ ເຊັ່ນ ESBCO, HeinOnline, Taylor and Francis, JSTOR, Cambridge University Press journals; Oxford University Press journals, Edward Elgar Development Studies … Continued