[smartslider3 slider=”24″]

ເປົ້າໝາຍຂອງພວກເຮົາ

ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.

ການສຶກສາກົດໝາຍ

ການຖ່າຍທອດຄວາມຮູ້ທາງກົດໝາຍ

ການວິໄຈທາງກົດໝາຍ

ການສ້າງຄວາມຮູ້ທາງກົດໝາຍ

ການເຂົ້າເຖິງຄວາມຮູ້

ການເຜີຍແຜ່ຄວາມຮູ້ທາງກົດໝາຍ

ກິດຈະກຳໄວໆນີ້

php
php
Mon
Tue
Wed
Thu
Fri
Sat
Sun
M
T
W
T
F
S
S
29
30
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
1
2

ຂ່າວຫຼ້າສຸດ

ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ,  ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ຂໍສະແດງຄວາມຍິນດີແກ່ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ, ຕາງໜ້າ ສປປ ລາວ ໄປເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນເດືອນມີນາ 2019 ນີ້ ຢູ່ທີ່ ຮົງກົງ.

ໃນການແຂ່ງຂັນລະດັບຊາດ ແລະ ລະດັບນາໆຊາດ ໃນປີ 2018 ແລະ 2019 ນັກສຶກສາທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໄດ້ຮັບການເຝິກຊ້ອມກັບຜູ້ປະສານງານໂຄງການ. ໃນຮອບແຂ່ງຂັນທີ່ຈັດຂຶ້ນຢູ່ຮົງກົງ, ຕົວແທນນັກສຶກສາລາວຖືໄດ້ວ່າເຮັດໄດ້ດີຫຼາຍ ທຽບກັບມະຫາວິທະຍາໄລອັນດັບຕົ້ນໆໃນອາຊີ ເໜືອກວ່າຕົວແທນຈາກປະເທດໄທ, ອິນໂດເນເຊຍ ແລະ ຫວຽດນາມ.

ໃນເດືອນພະຈິກ 2019 ທີ່ຜ່ານມາ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດຫຼັກສູດເຝິກອົບຮົມການແຂ່ງຂັນສານຈຳລອງ ຈັດຂຶ້ນທີ່ ຄນລ ນຳພາໂດຍຜູ້ຊ່ຽວຊານສານຈຳລອງ (ທ່ານ ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອະດີດຄູເຝິກທີ່ ມະຫາວິທະຍາໄລລຸກຊຳບວກ ໃຫ້ນັກສຶກສາເຂົ້າແຂ່ງຂັນສານຈຳລອງ JESSUP Moot).

ໃນເດືອນກຸມພາປີ 2019,​ ເປັນຄັ້ງທໍາອິດທີ່ ກອງປະຊຸມຄະນະຊີ້ນຳ ຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມະວິທະຍາໄລແຫ່ງຊາດ ເຊິ່ງໄດ້ຈັດຂື້ນທີ່ ເມືອງລຸກຊໍາບວກ. ຄະນະຕາງໜ້າທີ່ໄດ້້ເດີນທາງໄປປະເທດລຸກຊໍາບວກລວມມີ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ສົມສັກ ສິລິທິບ, ຜູ້ປະສານງານຂອງໂຄງການ ຈາກຝ່າຍ ຄນລ ເຊິ່ງ ຮ່ວມໂດຍ ດຣ. ເພີຣີນ ຊີມອນ, ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊໍາບວກ ປະຈໍາຢູ່ລາວ. ການເດີນທາງໄປປະເທດລຸກຊໍາບວກໃນຄັ້ງນີ້ ລວມມີການເຂົ້າຢ້ຽມຢາມສານຍຸຕິທໍາສະຫະພາບເອີຣົບ, ການພົບປະກັບຜູ້ອໍານວຍການໂຮງຮຽນກົດໝາຍຂັ້ນປະລິນຍາເອກຂອງມະຫາວິທະຍາໄລລຸກຊໍາບວກ ແລະ ນັກສຶກສາປະລິນຍາເອກ ພ້ອມທັງພົບປະກັບເອກອັກຄະລັດຖະທູດລາວ ປະຈໍາປະເທດແບນແຊນ.

ການຢ້ຽມຢາມຄັ້ງນີ້ເປັນຄັ້ງທໍາອິດຂອງຄະນະບໍດີ ຄນລ ທີ່ ມະຫາວິທະຍາໄລລຸກຊຳບວກ.

ວັນພະຫັດ ແລະ ວັນສຸກ ວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງ ດຣ. ບາຊັກ ບາລາຍານ ເຊິ່ງເປັນຜູ້ຊ່ຽວຊານທາງດ້ານສິດທິມະນຸດ ແລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ເຊິ່ງເປັນສະຖາບັນທີ່ທ່ານໄດ້ຮັບປະລິນຍາເອກ ຄົ້ນຄວ້າລົງເລິກຫົວຂໍ້ ”ວິສາຫະກິດ ແລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບບັນທັດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”.

ໃນບົດບັນຍາຍທັງສີ່ບົດຂອງທ່ານ ມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ເຊິ່ງມີ ຫົວຂໍ້ບັນຍາຍຄື: “ປະຫວັດຄວາມເປັນມາຂອງກົດຫມາຍສາກົນ ວ່າດ້ວຍສິດທິມະນຸດ”, “ກົນໄກພາຍໃຕ້ກົດບັດຂອງ ສະຫະປະຊາຊາດ”, “ກົນໄກພາຍໃຕ້ສົນທິສັນຍາຂອງ ສະຫະປະຊາຊາດ” ແລະ “ໂລກາພິວັດ ເເລະ ສິດທິມະນຸດ”.

ໃນວັນພຸດ ວັນທີ 28 ພະຈິກ 2018 ອົງການກາແດງສາກົນ ໄດ້ຈັດການເເຂ່ງຂັນສານຈຳລອງອາຊີປາຊີຟິກ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ ໂດຍນັກສຶກສາໄດ້ຜ່ານການເຝິກອົບຮົມຈາກທ່ານ ດຣ. ເພີຣີນ ຊິມອນ ເຊິ່ງເປັນຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ປະຈຳຢູ່ນະຄອນຫຼວງວຽງຈັນ ແລະ ດຣ. ລໍເຣັ້ນ ຊິຣີ ຈາກ ວິທະຍາໄລມະຫາວິທະຍາໄລຄອກ (University College Cork ຜ່ານຫຼັກສູດເຝິກອົບຮົມ ເປັນເວລາ 1 ອາທິດ.

ພວກເຮົາຂໍສະເເດງຄວາມຍິນດີກັບນັກສຶກສາເຂົ້າຮ່ວມທຸກຄົນ, ໂດຍສະເພາະເເມ່ນ ຜູ້ຊະນະເລີດການເເຂ່ງຂັນສານຈຳລອງ ທີ່ຈະເດີນທາງໄປເເຂ່ງຂັນໃນຮອບນາໆຊາດ ໃນເດືອນ ມີນາ 2019 ທີ່ຮົງກົງ.

ເປັນຄັ້ງທຳອິດທີ່ມະຫາວິທະຍາໄລລຸກຊໍາບວກໄດ້ຈັດ ຫຼັກສູດກຽມສານຈໍາລອງ ທີ່ນຳໂດຍ ດຣ. ລໍເຣັ້ນ ຊີຣີ ທີ່ເປັນຜູ້ຊ່ຽວຊານກ່ຽວກັບການແຂ່ງຂັນສານຈຳລອງ. ດຣ. ລໍເຣັ້ນ ໄດ້ດຳເນີນຫຼັກສູດດັ່ງກ່າວ ເປັນເວລາຫ້າມື້ ໃຫ້ແກ່ນ້ອງນັກສຶກສາຜູ້ທີ່ຈະເຂົ້າແຂ່ງຂັນ “ສານຈໍາລອງອາຊີປາຊີຟິກວ່າດ້ວຍກົດໝາຍມະນຸດສະທໍາສາກົນ”.

ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອາຈານສອນທີ່ University College Cork ປະເທດອຽກລັງ ແລະ ເປັນອະດີດນັກຄົ້ນຄວ້າທີ່ມະຫາວິທະຍາໄລລຸກຊຳບວກ ໄດ້ມາທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ທີ່ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກ. ທ່ານຍັງເປັນອະດີດຄູເຝິກໃຫ້ນັກສຶກສາທີ່ມະຫາວິທະຍາໄລລຸກຊຳບວກທີ່ຈະເຂົ້າຮ່ວມແຂ່ງຂັນສານຈຳລອງ JESSUP Moot ແລະ ທັງເປັນອະດີດທະນາຍຄວາມຝ່າຍຈຳເລີຍໃນຄະດີອາຍາ.

ດຣ. ລໍເຣັ້ນ ຊີຣີ ຍັງໄດ້ໃຫ້ການບັນຍາຍແບບເປີດກວ້າງໃນຫົວຂໍ້ “ໂຄງຮ່າງການຈັດຕັ້ງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ” ໃຫ້ແກ່ນັກສຶກສາ ແລະ ອາຈານທີ່ ຄນລ ຫຼາຍກວ່າ 100 ຄົນ ພາຍໃຕ້ຂອບການຮ່ວມມືຂອງໂຄງການຂອງພວກເຮົາກັບສະຖາບັນ ILSTA (ບົດບັນຍາຍແບບເປີດກວ້າງຂອງ ILSTA ຈັດທີ່ ຄນລ).

ດຣ. ລໍເຣັ້ນ ຊີຣີ, ອາຈານຈາກວິທະຍາໄລມະຫາວິທະຍາໄລ ຄອກ (ອຽກລັງ) ແລະ ອະດີດນັກຄົ້ນຄວ້າຈາກມະຫາວິທະຍາໄລ ລຸກຊຳບວກ, ໄດ້ມາຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ ມຊ (ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກທີ່ຜ່ານມາ. ທ່ານໄດ້ມາຕາມການຕົກລົງກັບໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ເພື່ອທີ່ຈະມາເຝິກອົບຮົມໃຫ້ແກ່ນັກສຶກສາກຽມພ້ອມເຂົ້າຮ່ວມແຂ່ງຂັນ ສານຈຳລອງຮອບປະເທດ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍຄະນະກຳມະການກາແດງສາກົນ.

ໃນການຢ້ຽມຢາມຄັ້ງນີ້, ດຣ. ຊີຣີ ຍັງໄດ້ເຫັນດີໃຫ້ການບັນຍາຍພິເສດ ທີ່ ຄນລ ໃນວັນທີ 7 ພະຈິກ ເປັນການປະກອບສ່ວນໃນວຽກງານການຮ່ວມມືລະຫວ່າງທາງໂຄງການ ແລະ ສະຖາບັນ ILSTA ເຊິ່ງບັນຍາຍໃນຫົວຂໍ້ “ໂຄງສ້າງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ”. ໃນການບັນຍາຍ ມີການແນະນຳໃຫ້ຜູ້ຟັງໄດ້ຮູ້ຈັກກົດໝາຍອາຍາສາກົນ ພ້ອມທັງບົດບາດ ແລະ ຂອບອຂດອຳນາດຂອງສານອາຍາສາກົນ. ການບັນຍາຍ ແມ່ນຈັດຂຶ້ນທີ່ອາຄານອະເນກປະສົງຂອງ ຄນລ ແລະ ມີນັກສຶກສາ ແລະ ອາຈານຈາກຄະນະ ເຂົ້າຮ່ວມຫຼາຍກວ່າ 100 ຄົນ. ໃນການບັນຍາຍ ມີການຖາມຕອບຢ່າງຟົດຟື້ນ ໃຫ້ເຫັນໄດ້ວ່າກົດໝາຍກົດໝາຍອາຍາສາກົນ ເປັນກົດໝາຍທີ່ມີຄວາມໜ້າສົນໃຈຫຼາຍ.