ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດ.
ໂດຍທາງໂຄງການໄດ້ງານຝຶກອົບຮົມຂຶ້ນ ເປັນເວລາ 3 ວັນ ເພື່ອແນ່ໃສ່ ການພັດທະນາທັກສະທາງດ້ານການສິດສອນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.
ງານຝຶກອົບຮົມໄດ້ເນັ້ນໃສ່ ເຕັກນິກການສິດສອນ ກົດໝາຍ ແລະ ການອອກແບບຫຼັກສູດການຮຽນ-ການສອນ, ໂດຍການນໍາໃຊ້ກົດໝາຍອາຍາມາເປັນຕົວຢ່າງ. ການສໍາມະນາໃນຄັ້ງນີ້ແມ່ນໄດ້ນໍາພາໂດຍ ສາສະດາຈານ Yeo Meng Heong ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ. ການຝຶກອົບຮົມ ໃນຄັ້ງນີ້ແມ່ນພາກສ່ວນເສີມຂອງງານສໍາມະນາກ່ຽວກັບກົດໝາຍອາຍາ ທີ່ໄດ້ຈັດຂຶ້ນໃນຊ່ວງວັນທີ 18-20 ກໍລະກົດ 2022 ທີ່ຜ່ານມາ. ງານຝຶກອົບຮົມໃນຄັ້ງນີ້ນີ້ໄດ້ນໍາເອົາຄະນະຜູ້ອາຈານກັບມາຮ່ວມໂຕກັນອີກຄັ້ງ ເຊິ່ງມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວ, (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ, ຂອງມາຫາວິທະຍາໄລຈໍາປາສັກ (ຄນລ, ມຈ), ສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ) ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດ, ເຊິ່ງແມ່ນຄະນະຄູອາຈານທີ່ໄດ້ເຂົ້າຮ່ວມງານສໍາມະນາຄັ້ງທີ່ຜ່ານມາ.

ການຝຶກອົບຮົມໄດ້ເນັ້ນໃສ່ ການຊອກຫາລະດັບການສິດສອນທີ່ເເທດເໝາະ ເພື່ອການສ້າງສະພາດແວດລ້ອມທີ່ມີປະສິດທິພາບໃຫ້ກັບນັກສຶກສາ ໂດຍຜ່ານການສ້າງຄວາມເຂັ້ມແຂງໃນທັກສະການສິດສອນ.
ການຝຶກອົບຮົບແມ່ນໄດ້ປະກອບມີ ການບັນຍາຍ ແລະ ການສົນທະນາກັນເປັນກຸ່ມ, ເຊິ່ງຜູ້ເຂົ້າຮ່ວມກໍໄດ້ຮັບເອກກະສານປະກອບໃນການບັນຍາຍທີ່ໄດ້ກະກຽມໂດຍ ສາສະດາຈານ Yeo Meng Heong ແລະ ສາສະດາຈານ Chan Wing Cheong ເພື່ອເປັນແນວທາງ ໃນການນຳໃຊ້ເຕັກນິກການສິດສອນ ເພື່ອຊອກຫາລະດັບການສິດສອນກ່ຽວກັບກົດໝາຍໃຫ້ແທດເໝາະກັບນັກສຶກສາ ໂດຍຜ່ານວິທີການທີ່ເອີ້ນວ່າ Bloom’s Taxonomy ແລະ ພ້ອມກັນນັ້ນຍັງໄດ້ຮຽນຮູ້ເຕັກນິກການສິດສອນໃນຫ້ອງຮຽນຂະໜາດໃຫຍ່ ແລະ ນ້ອຍ, ການອອກແບບ Power Point, ການມີສ່ວນຮ່ວມຂອງນັກສຶກສາ, ການກະຕຸ້ນ, ແລະ ການປະເມີນຜົນ.
ໃນໄລຍະຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນເປັນກຸ່ມກ່ຽວກັບຫຼັກສູດການສອນ ແລະ ແຜນການປະເມີນຜົນ ທີ່ໄດ້ຮັບມາ. ເຊິ່ງຜູ້ເຂົ້າຮ່ວມໄດ້ຊອກຫາຈຸດແຕກຕ່າງ ແລະ ຈຸດຄ້າຍຄືກັນ ຂອງຫຼັກສູດດັ່ງກ່າວນີ້ ເພື່ອໄຈ້ແຍກ ຈຸດດີ ແລະ ຈຸດອ່ອນ ໃນການປຽບທຽບກັບຫຼັກສູດຂອງຜູ້ເຂົ້າຮ່ວມເອງ ແລະ ຍັງໄດ້ປຶກສາຫາລືກັນກ່ຽວກັບຄວາມເປັນໄປໄດ້ໃນການນໍາໃຊ້ບາງສ່ວນຂອງຫຼັກສູດດັ່ງກ່າວມາປະກອບໃສ່ໃນຫຼັກສູດຂອງລາວ.

ເຊິ່ງການເຂົ້າຮ່ວມຂອງອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດແມ່ນໄດ້ຮັບການສະໜັບສະໜູນຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ຈາກໂຄງການ ລາວ/031 ຂອງອົງການ LuxDev.
