ການຝຶກອົບຮົມການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກ ແລະ ວິທີການຈັດການຝຶກອົບຮົມ, ຄັ້ງວັນທີ 23-27 ມັງກອນ 2023

ໃນວັນທີ 23-27 ເດືອນມັງກອນ ປີ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດການຝຶກອົບຮົມ 5 ມື້ກ່ຽວກັບ ການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກ ແລະ ການຈັດການຝຶກອົບຮົມ, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (FLP), ມະຫາວິທະຍາໄລແຫ່ງຊາດ. ເຊິ່ງເປັນເທື່ອທໍາອິດທີ່ໂຄງການຂອງພວກເຮົາໄດ້ຈັດການຝຶກອົບຮົມການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກແບບເຊິ່ງໜ້າ.

ສະມາຊິກຫໍສະໝຸດ ແລະ ອາສາສະໝັກໄອທີທັງ 16 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາໂດຍ ທ່ານນາງJevgenija Sevcova ຈາກໂຄງການ EIFL (Electronic Information for Libraries) ແລະ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ຮັບໜ້າທີ່ເປັນຜູ້ແປພາສາທັງ 5 ມື້ຂອງການຝຶກອົບຮົມ. ການຝຶກອົບຮົມໄດ້ປະຕິບັດຕາມຫຼັກການ “ການຝຶກອົບຮົມສຳລັບຄູຝຶກ”; ເຊິ່ງເປົ້າໝາຍກໍເພື່ອອໍານວຍຄວາມສະດວກໃຫ້ແກ່ອາສາສະໝັກໄດ້ຝຶກຝົນທັກສະທີ່ກ່ຽວຂ້ອງ ເຊິ່ງຈະເຮັດໃຫ້ຜູ້ເຂົ້າຮ່ວມສາມາດເປັນຜູ້ຝຶກອົບຮົມກ່ຽວກັບການນໍາໃຊ້ຂໍ້ມູນອີເລັກໂຕນິກ ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ. ການຝຶກອົບຮົມຍັງໄດ້ເນັ້ນໃສ່ການຈັດງານຝຶກອົບຮົມກ່ຽວກັບ ການນໍາໃຊ້ຫໍສະໝຸດອີເລັກໂຕນິກ. ອາສາສະໝັກຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮຽນລົງເລິກກ່ຽວກັບການຄົ້ນຫາຂໍ້ມູນເທິງເວັບໄຊຫໍສະໝຸດອີເລັກໂຕນິກ.

ການຝຶກອົບຮົມມື້ທໍາອິດຈະເປັນການແນະນໍາຕົວຂອງຜູ້ເຂົ້າຮ່ວມ. ຜູ້ຝຶກອົບຮົມກໍຍັງໄດ້ປະເມີນວິທີການຮຽນຮູ້ຂອງຕົນເອງ ເຊິ່ງຈະເຮັດໃຫ້ເຂົາເຈົ້າຄົ້ນພົບວິທີໃນການຮຽນຮູ້ທີ່ດີທີ່ສຸດສໍາລັບຕົວຂອງເຂົາເອງ ໂດຍການພັບໝວກເຈ້ຍ. ນອກຈາກນີ້, ພວກເຂົາຍັງໄດ້ແບ່ງອອກເປັນ 5 ກຸ່ມໃນການປະເມີນອາລົມຂອງຜູ້ຟັງ ແລະ ການຮັບມືກັບພຶດຕິກໍາຂອງຜູ້ເຂົ້າຮ່ວມ ຜ່ານການຈໍາລອງສະຖານະການຕົວຈິງ.

ໃນມື້ທີ 3, ຜູ້ຝຶກອົບຮົມໄດ້ຄົ້ນຄວ້າລົງເລິກຫຼາຍຂຶ້ນ ໂດຍການເຮັດແບບຝຶກຫັດຕົວຈິງໃນການຊອກຫາແຫຼ່ງຂໍ້ມູນທີ່ສະເພາະເຈາະຈົງ. ໃນມື້ນີ້, ທ່ານນາງ Jevgenija ໄດ້ມີແຂກຮັບເຊີນພິເສດ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນສໍາລັບການຮຽນ ແລະ ການເຮັດບົດຄົ້ນຄວ້າ. ຜູ້ເຂົ້າຮ່ວມທຸກຄົນແມ່ນມີຄວາມກະຕືລືລົ້ນ ໃນການຖາມຄໍາຖາມ ກັບ ທ່ານນາງ Jevgenija ແລະ ແບ່ງປັນຜົນການຄົ້ນຫາຂອງຕົນເອງ.

ມື້ທີ 4 ຂອງການຝຶກອົບຮົມ, ຜູ້ຝຶກອົບຮົມໄດ້ຮຽນຮູ້ໃນການກະກຽມ ແລະ ການເຮັດບົດສະເໜີທີ່ໜ້າສົນໃຈ. ແລະ ຍັງໄດ້ຮຽນຮູ້ກ່ຽວກັບເຄັດລັບໃນການນໍາສະເໜີ. ຜູ້ຝຶກອົບຮົມທັງ 16 ຄົນໄດ້ເຮັດແບບຝຶກຫັດ ແລະ ໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນມາໃນການກະກຽມບົດນໍາສະເໜີ ກ່ຽວກັບ ວິທີການເຮັດບົດນໍາສະເໜີທີ່ດີ ໃນມື້ຕໍ່ມາ.

ໃນມື້ສຸດທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກກຸ່ມໄດ້ນໍາສະເໜີບົດນໍາສະເໜີຂອງຕົນເອງ ແລະ ໄດ້ຮັບຄໍາແນະນໍາ ແລະ ຄໍາຕິຊົມ. ເຊິ່ງທຸກໆຄົນແມ່ນເຮັດໄດ້ດີຫຼາຍ.

ຫຼັງຈາກສໍາເລັດການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກຄົນແມ່ນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມ.

ການຝຶກອົບຮົມນີ້ເປັນເຄື່ອງມືໃນການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຮູ້ ແລະ ເຄື່ອງມືປະຈັກຕາສໍາລັບຫໍສະໝຸດ ແລະ ອາສາສະໝັກໄອທີ ໃນການກະກຽມຕົນເອງເພື່ອກາຍເປັນຜູ້ຝຶກອົບຮົມ. ຫວັງວ່າ, ພວກເຮົາຈະໄດ້ເຂົ້າຮ່ວມງານຝຶກອົບຮົມຂອງບັນດາຄູຝຶກອົບຮົມຜູ້ໜຸ່ມນ້ອຍໃນໄວໆນີ້.