ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ

 

ມະຫາວິທະຍາໄລລຸກຊຳບວກຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວໃນຂົງເຂດການສຶກສາລະດັບວິທະຍາໄລດ້ານກົດໝາຍ ຕັ້ງແຕ່ປີ 2013, ເລີ່ມທຳອິດໂດຍການຈັດພາລະກິດທາງວິຊາການໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ ໃນນະຄອນຫຼວງວຽງຈັນ. ຕັ້ງແຕ່ປີ 2017, ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ຂອງມະຫາວິທະຍາໄລລຸກຊຳບວກສົ່ງເສີມລັດແຫ່ງກົດໝາຍຜ່ານຄວາມຮູ້ທາງກົດໝາຍ ໃນຂອບເຂດຂອງ ໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ (2017-2021) ລົງນາມໃນປີ 2015 ລະຫວ່າງ ຣາຊະອານາຈັກລຸກຊຳບວກ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໂຄງການນີ້ ແມ່ນ ໂຄງການຮ່ວມມືສອງຝ່າຍ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການຕ່າງປະເທດ ແລະ ວຽກງານເອີຣົບຂອງປະເທດລຸກຊຳບວກ, ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ. ໂຄງການ ແມ່ນ ພາກສ່ວນສຳຄັນຂອງແຜນການຮ່ວມມືດ້ານການພັດທະນາໄລຍະຍາວລະຫວ່າງ ຣາຊະອານາຈັກລຸກຊຳບວກ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (“ສປປ ລາວ”).

ເລີ່ມຕົ້ນແຕ່ປີ 2017  ໂດຍມີຂໍ້ຕົກລົງ 4 ປີ, ປັດຈຸບັນ ໂຄງການໄດ້ຖືກຂະຫຍາຍໄລຍະເວລາໄປຈົນເຖິງ ປີ 2024 ຫຼັງຈາກແຜນການ ໄລຍະທຳອິດປະສົບຜົນສຳເລັດ. ໄລຍະທີສອງ (2021-2024) ແມ່ນສ່ວນໜຶ່ງຂອງແຜນການຍຸດທະສາດການຮວ່ມມືໃໝ່ເພື່ອການພັດທະນາແບບຍືນຍົງຂອງລຸກຊຳບວກ- ຫົນທາງສູ່ປີ 2030.

ໂຄງການຮ່ວມມືລະຫວ່າງມະຫາວີທະຍາໄລມຸ້ງໝັ້ນທີ່ຈະສົ່ງເສີມລັດແຫ່ງກົດໝາຍ ແລະ ຫຼັກການປົກຄອງທີ່ດີ  ໂດຍສຸມໃສ່ການເສີມສ້າງຄວາມຮູ້ທາງດ້ານກົດໝາຍ (ແງ່ການສອນກົດໝາຍ) ແລະ ການວິໄຈທາງກົດໝາຍ (ແງ່ການຂຽນບົດວິໄຈທາງດ້ານກົດໝາຍ) ໃນ ສປປ ລາວ, ແລະ ຮັບຮອງການເຜີຍແພ່ (ແງ່ແຫຼ່ງຂໍ້ມູນ), ຜ່ານການສະໜັບສະໜູນໂຄງການໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ, ຊຶ່ງເປັນຄະນະກົດໝາຍຊັ້ນນຳຂອງປະເທດ.

ສະທ້ອນໃຫ້ເຫັນເຖິງຍຸດທະສາດໃໝ່ຂອງການຮ່ວມມືເພື່ອການພັດທະນາຂອງລຸກຊຳບວກ ໃນການສ້າງການຮ່ວມມືຫຼາຍພາກສ່ວນຄູ່ຮ່ວມງານ. ໂຄງການນີ້ ເຮັດໃຫ້ເກີດການເຮັດວຽກຮ່ວມກັນທີ່ເປັນຮູປະທຳລະຫວ່າງບັນດາວິທະຍາໄລ ແລະ ສູນວິໄຈຄົ້ນຄວ້າ. ວັດຖຸປະສົງຂອງພວກເຮົາແມ່ນເພື່ອປັບປຸງຄຸນນະພາບຂອງສະຖາບັນການສຶກສາກົດໝາຍລະດັບຊັ້ນສູງໃນລາວໃຫ້ດີຂຶ້ນ. ການຮ່ວມມືລະຫວ່າງມະຫາວິທະຍາໄລ ເປັນການຮ່ວມມືທີ່ເປັນອິດສະຫຼະ ໂດຍການນຳເອົາສະຖາບັນການສຶກສາສອງແຫ່ງ ແລະ ປະຕິບັດແນວທາງເທື່ອລະກ້າວ ເພື່ອເສີມສ້າງຂີດຄວາມສາມາດຂອງບັນດາອາຈານກົດໝາຍລາວ. ໂດຍແນວທາງປະຕິບັດນີ້, ມະຫາວິທະຍາໄລລຸກຊຳບວກມີເປົ້າໝາຍໃນການສົ່ງເສີມສະໜັບສະໜູນ ວັດທະນະທຳກົດໝາຍ ແລະ ການເຄົາລົບສິດທິຂັ້ນພື້ນຖານໃນ ສປປ ລາວ.