ໃນວັນທີ 1 ພະຈິກ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວລຸກຊໍາບວກໄດ້ຈັດການຝຶກອົບຮົມຫໍສະໝຸດອີເລັກໂຕນິກໃຫ້ແກ່ນັກສຶກສາປີ 1, ທີ່ ຄະນະນິຕິສາດ ແລະ ລັດຖະສາດ.
ນັກສຶກສາປີ 1 ຈາກຄະນະນິຕິສາດ ແລະ ລັດຖະສາດ ຈໍານວນ 30 ນ້ອງໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ປາດຖະໜາພອນ ນາມມະລາດ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລ.


ທ່ານ ປາດຖະໜາພອນໄດ້ແນະນໍານ້ອງນັກສຶກສາໃຫ້ຮູ້ຈັກກັບແຫຼ່ງຂໍ້ມູນທີ່ມີຢູ່ໃນຄະນະ ແລະ ວິທີການເຂົ້າເຖິງແຫຼ່ງມູນແບບທາງໄກ. ການຝຶກອົມຮົບແມ່ນເປີດໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ວິທີການເຂົ້າເຖິງແຫຼ່ງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານຫໍສະໝຸດອີເລັກໂຕນິກ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາໃນເວລາຮຽນ ແລະ ເຮັດບົດຄົ້ນຄວ້າ. ການຝຶກອົບຮົມໂດຍຜ່ານການປະຕິບັດຕົວຈິງກ່ຽວກັບວິທີການນໍາໃຊ້ສະໝຸດອີເລັກໂຕນິກ ໂດຍການນໍາໃຊ້ການຄົ້ນຫາທັງແບບພື້ນຖານ ແລະ ແບບຂັ້ນສູງ. ຜູ້ຝຶກອົບຮົມໄດ້ແນະນໍາເຕັກນິກໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງ, ເພື່ອຊ່ວຍໃຫ້ນັກສຶກສາສາມາດພັດທະນາທັກສະການຄົ້ນຄວ້າທີ່ສໍາຄັນ. ນອກຈາກນີ້, ການຝຶກອົບຮົມຍັງຊ່ວຍໃຫ້ນັກສຶກສາເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານເວັບໄຊຫໍສະໝຸດອີເລັກໂຕນິກ ຂອງຄະນະນິຕິສາດ ແລະ ລັດຖະສາດ.


ນັກສຶກສາທີ່ເຂົ້າຮ່ວມແມ່ນໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນໄລຍະການຝຶກອົບຮົມ. ໃນຕອນທ້າຍ, ຜູ້ຝຶກອົບຮົມໄດ້ນໍາພາຫຼິ້ນກິດຈະກໍາທີ່ມ່ວນຜ່ານ Kahoot ເຊິ່ງວິທີການນີ້ກໍເຮັດໃຫ້ນັກສຶກສາສາມາດຝຶກຝົນ ແລະ ທົບທວນບັນດາຂໍ້ມູນຕ່າງໆທີ່ໃຫ້ໄປ. ພາຍຫຼັງການຝຶກອົບຮົມ ມີນ້ອງໆຫຼາຍກວ່າ 30 ນ້ອງ ທີ່ລົງທະບຽນເພື່ອນຳໃຊ້ຫໍສະໝຸດອີເລັກໂຕຣນິກແບບທາງໄກ
ການຝຶກອົບຮົມແມ່ນເປັນປະໂຫຍດຫຼາຍສໍາລັບນັກສຶກສາ ເຊິ່ງໄດ້ເຮັດໃຫ້ເຂົາເຈົ້າສາມາດພັດທະນາທັກສະທາງດ້ານການຄົ້ນຄວ້າ ແລະ ການເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື. ພວກເຮົາຫວັງວ່າຈະມີການຝຶກອົບຮົມທີ່ເປັນປະໂຫຍດແບບນີ້ໃນອະນາຄົດ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາທີ່ ຄະນະນິຕິສາດ ແລະ ລັດຖະສາດ.