ການແຂ່ງຂັນສານຈໍາລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ຄັ້ງວັນທີ 6 ທັນວາ 2023

ໃນວັນທີ 6 ທັນວາ 2023,  ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງຈັດຂຶ້ນໂດຍ ມະຫາວິທະຍາໄລລຸກຊຳບວກ ໂດຍໂຄງການຮ່ວມມືມະຫາວິທະຍາໄລ.

ໃນການແຂ່ງຂັນປີນີ້,  ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ຈິຣັດ ຈິດວະຣະວົງ ຈາກຄະນະກໍາມາທິການກາແດງສາກົນ, ຄະນະຜູ້ແທນປະຈໍາພາກພື້ນບາງກອກ (ທີ່ປຶກສາທາງດ້ານກົດໝາຍ) ແລະ ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ).

ມະຫາວິທະຍາໄລລຸກຊໍາບວກໄດ້ຈັດການແຂ່ງຂັນ ແລະ ໃຫ້ການສະໜັບສະໜູນທາງດ້ານການເງິນ ໃນການແຂ່ງຂັນສານຈໍາລອງໃນປີນີ້. ດຣ. ລໍເຣນ ຊີລີ້ ໄດ້ທຸ່ມເທເວລາ ແລະ ຄວາມພະຍາຍາມໃນການຝຶກອົບຮົມໃຫ້ແກ່ທີມທີ່ເຂົ້າຮ່ວມການແຂ່ງຂັນ. ໃນແຕ່ລະອາທິດກໍໄດ້ມີການຝຶກອົບຮົມທາງໄກ ເພື່ອສ້າງແນວຄິດທາງດ້ານກົດໝາຍ ທີ່ຈະເອື້ອອໍານວຍໃນຫ້ອງພິຈາລະນາຄະດີ.

ການແຂ່ງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທໍາສາກົນແມ່ນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍຢ່າງມີເຫດມີມີຜົນ ແລະ ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນເອງ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດອີກດ້ວຍ! ຫຼັງຈາກທີ່ຕ້ອງແຂ່ງຂັນການແບບອອນລາຍມາຫຼາຍປີ ໃນທີ່ສຸດ ທີມທີ່ຊະນະການແຂ່ງຂັນໃນປິນີ້ຈະໄດ້ເດີນທາງໄປຮົງກົງ ໃນເດືອນມີນາ 2024.

ພວກເຮົາຂໍສະແດງຄວາມຍິນດີກັບທຸກທີມທີ່ສະແດງຜົນງານໄດ້ຢ່າງໂດດເດັ່ນໃນຮອບລະດັບຊາດ ແລະ ໂດຍສະເພາະ ຍິນດີກັບທີມທີ່ຊະນະເລີດ ນ. ດວງດາວເພັດ ແກ້ວບຸນພັນ, ນ. ສຸພາວັນ ນັນທະພອນ ແລະ ທ. ສອນທາລິນ ຈັນທະວົງ ເຊິ່ງຈະ ເປັນຕົວແທນໃຫ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ ໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນເດືອນມີນາ 2024 ຢູ່ຮົງກົງ!