ການເຝິກອົບຮົມສານຈຳລອງແບບອອນລາຍ, ວັນທີ 22-26 ພະຈິກ 2021

ໃນຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນການເຝິກຊ້ອມນັກສຶກສາ ຄນລ ໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍ ຄະນະກຳມະການກາແດງສາກົນ ຕັ້ງແຕ່ປີ 2016 ເປັນຕົ້ນມາ.

ຍ້ອນມາດຕະການຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການເຝິກອົບຮົມສານຈຳລອງສຳລັບນັກສຶກສາປີນີ້ ແມ່ນຈັດທາງອອນລາຍ ຜ່ານຊູມ ໃນລະຫວ່າງວັນທີ 22 ຫາ 26 ພະຈິກທີ່ຜ່ານມາ. ດຣ. ລໍເຣັ້ນ ຊີຣີ ເຊິ່ງໄດ້ມີສ່ວນຮ່ວມໃນການເຝິກອົບຮົມແກ່ນັກສຶກສາໃນໄລຍະສາມປີທີ່ຜ່ານມາ ໄດ້ເຝິກອົບຮົມໃຫ້ແກ່ນັກສຶກສາ 10-12 ນ້ອງ ເປັນເວລາໜຶ່ງອາທິດ. ການເຝິກອົບຮົມນີ້ ແມ່ນມີຈຸດປະສົງເພື່ອກະກຽມຄວາມພ້ອມຂອງນັກສຶກສາໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ ທີ່ຈັດໂດຍຄະນະກຳມະການກາແດງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້. ການເຝິກອົບຮົມນີ້ ແມ່ນເນັ້ນໜັກໃຫ້ນັກສຶກສາຮຽນຮູ້ວິທີການວ່າຄວາມ/ແກ້ຟ້ອງ. ນັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮຽນຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບກົດໝາຍມະນຸດສະທຳສາກົນ, ກົດໝາຍອາຍາສາກົນ ແລະ ການບັງຄັບໃຊ້ກົດໝາຍດັ່ງກ່າວໃນໂຈດຄະດີຂອງການແຂ່ງຂັນປີນີ້ອີກດ້ວຍ.

ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!