ໂຮງຮຽນກົດໝາຍລະດູແລ້ງຄັ້ງທີ 7, ວັນທີ 21-24 ພຶດສະພາ 2024

ໂຄງການຮ່ວມມືມະຫາວິທະຍາໄລ ໄດ້ຈັດງານສໍາມະນາໂຮງຮຽນກົດໝາຍລະດູແລ້ງຄັ້ງທີ 7, ໃນລະຫວ່າງວັນທີ 21-24 ພຶດສະພາ ປີ 2024, ທີ່ວັງວຽງ, ປະເທດລາວ. ອາຈານສອນຈໍານວນ 11 ທ່ານ ຈາກ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດ ໄດ້ຖືກເຊີນເຂົ້າຮ່ວມສໍາມະນາແບບເລັ່ງລັດເປັນເວລາ 4 ວັນ ໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດໝາຍຂອງພວກເຂົາ ແລະ ການມີສ່ວນຮ່ວມກັບໂຄງການຮ່ວມມືມະຫາວິທະຍາໄລ.

ໂຮງຮຽນກົດໝາຍລະດູແລ້ງຄັ້ງນີ້ ມຸ່ງເນັ້ນການເສີມສ້າງຄວາມຮູ້ໃຫ້ຜູ້ເຂົ້າຮ່ວມກ່ຽວກັບ “ຄວາມສໍາຄັນຂອງອະທິປະໄຕ ໃນການປ່ຽນແປງ ສປປ ລາວ ເປັນລັດພາຍໃຕ້ລັດຖະທໍາມະນູນ”. ໂຮງຮຽນກົດໝາຍລະດູແລ້ງແມ່ນ ດໍາເນີນເປັນພາສາອັງກິດ ເຊິ່ງນໍາພາໂດຍ ສາສະດາອາຈານ Stefan BRAUM (ຈາກມະຫາວິທະຍາໄລລຸກຊຳບວກ), ທ່ານນາງ Melina ANASTASOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານນາງ Isabella LORENZONI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານນາງ Zahra YUSIFLI (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານນາງ ວິໄລ ລັງກາວົງ (ຄນລ), ທ່ານນາງ ບົວລະພຽນ ສີສຸກ (ຄນລ), ທ່ານ ປາງທອງ ໄຊຍະວົງ (ຄນລ ແລະ ມະຫາວິທະຍາໄລລຸກຊໍາບວກ), ທ່ານ ອິນທາ ດວງພິລາ (ຄນລ), ດຣ. Lone LINDHOLT (ທີ່ປຶກສາອາວຸໂສຂະແໜງການ, ໂຄງການ LAO/037) ແລະ ທ່ານນາງ Paulina BASCHTON (ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລ).

ມື້ທໍາອິດຂອງງານໂຮງຮຽນກົດໝາຍລະດູແລ້ງ ໄດ້ເລີ່ມເປີດພິທີໂດຍການຕ້ອນຮັບຂອງ Prof. Stefan Braum, ຫົວໜ້າໂຄງການ ແລະ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ທ່ານນາງ ທັດສະນາລອນ ສີສຸນົນທ໌; ແລະ ວາລະຕໍ່ມາເປັນການແນະນໍາໂດຍ Prof. Braum ເພື່ອໃຫ້ຜູ້ເຂົ້າຮ່ວມຄຸ້ນເຄີຍກັບ “matrix ຂອງອະທິປະໄຕ”, ເຊິ່ງເປັນເສັ້ນສະແດງທີ່ພັດທະນາ ໂດຍນັກສຶກສາປະລິນຍາໂທຂອງມະຫາວິທະຍາໄລລຸກຊໍາບວກ ຮ່ວມກັນກັບສາສະດາຈານ Stefan Braum ເພື່ອສະແດງໃຫ້ເຫັນເຖິງລັກສະນະຂອງອະທິປະໄຕ. Prof. Braum ຍັງໄດ້ເຊື່ອມໂຍງຫົວຂໍ້ຂອງໂຮງຮຽນກົດໝາຍລະດູແລ້ງປີນີ້ ກັບການສົນທະນາໃນງານສໍາມະນາໂຮງຮຽນກົດໝາຍລະດູໜາວຄັ້ງທີ 6 ໃນເດືອນທັນວາ ປີ 2023 ເຊິ່ງໄດ້ກ່າວເຖິງຄວາມທ້າທາຍຂອງອະທິປະໄຕໃນ ສປປລາວ ທີ່ເກີດຈາກປັດໄຈທາງດ້ານພູມສາດ. ພາກການນໍາສະເໜີເບື້ອງຕົ້ນໄດ້ສ້າງຄວາມເຂົ້າໃຈເຖິງ ຄວາມໝາຍຂອງອະທິປະໄຕ. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນຢ່າງຕັ້ງໜ້າກ່ຽວກັບ “matrix ຂອງອະທິປະໄຕ” ແລະ ພະຍາຍາມຈັດວາງປະເທດລາວໃຫ້ຢູ່ໃນເສັ້ນສະແດງນັ້ນ.

ໃນມື້ທີສອງຂອງງານສໍາມະນາ, ທ່ານນາງ Melina Anastasopoulou ໄດ້ຂຶ້ນນໍາສະເໜີໃນຫົວຂໍ້ ແນວຄິດພື້ນຖານຂອງອະທິປະໄຕ ເຊິ່ງໄດ້ກວມເອົາທັງມຸມມອງແບບດັ້ງເດີມ ແລະ ມຸມມອງແບບໃໝ່ຂອງອະທິປະໄຕ. ນອກຈາກນີ້, ທ່ານນາງ Anastasopoulou ຍັງໄດ້ອະທິບາຍເຖິງການສ້າງລັດ ແລະ ມຸມມອງພາຍໃນ ແລະ ພາຍນອກຂອງອະທິປະໄຕ. ໃນວາລະຕໍ່ມາ, ທ່ານນາງ ວິໄລ ລັງກາວົງ, ອາຈານສອນກົດໝາຍຈາກມະຫາວິທະຍາໄລແຫ່ງຊາດ, ໄດ້ນໍາສະເໜີໃນຫົວຂໍ້: ‘ອະທິປະໄຕໃນລັດຖະທໍາມະນູນຂອງ ສປປ ລາວ’. ທ່ານນາງ ລັງກາວົງ ໄດ້ນໍາສະເໜີຜູ້ເຂົ້າຮ່ວມໃຫ້ຮູ້ຈັກກ່ຽວກັບ ມາດຕາໃນລັດຖະທໍາມະນູນຂອງ ສປປ ລາວ ທີ່ໄດ້ກໍານົດຄວາມໝາຍຂອງອະທິປະໄຕ.

ໃນຊ່ວງບ່າຍຂອງງານສໍາມະນາ, ທ່ານນາງ Isabella Lorenzoni ໄດ້ນໍາສະເໜີໃນຫົວຂໍ້ ອະທິປະໄຕໃນລະບຽບທາງກົດໝາຍສາກົນ ແລະ ສະຫະພາບເອີຣົບ. ຜູ້ເຂົ້າຮ່ວມໄດ້ສົນທະນາເຖິງ ປັດໄຈສາກົນມີອິດທິພົນຕໍ່ອະທິປະໄຕແຫ່ງຊາດແນວໃດ. ໃນບໍລິບົດນີ້, Prof. Braum ໄດ້ນຶກເຖິງ ຄວາມທ້າທາຍທີ່ກ່ຽວກັບການຈໍາກັດຄວາມໝາຍຂອງຫຼັກການຄວາມໄດ້ສັດສ່ວນໃນບໍລິບົດຂອງ ສປປ ລາວ; ເຊິ່ງເປັນແນວຄິດທີ່ໄດ້ສົນທະນາໃນງານໂຮງຮຽນກົດໝາຍລະດູແລ້ງ ໃນເດືອນມິຖຸນາ ປີ 2023. ນອກຈາກນີ້, ທ່ານນາງ ບົວລະພຽນ ສີສຸກ (ຄນລ) ໄດ້ສືບຕໍ່ການນໍາສະເໜີໃນຫົວຂໍ້: “ສປປ ລາວ ໃນບໍລິບົດຂອງອາຊຽນ – ອະນາຄົດຂອງ ສປປ ລາວ ໃນອະນາຄົດ”.

ທີ 3 ຂອງງານສໍາມະນາ ໄດ້ເລີ່ມຕົ້ນໂດຍການສົນທະນາໃນຫົວຂໍ້ ກົນໄກການຕັດສິນໃຈຂອງອາຊຽນ, ອິດທິພົນຂອງອາຊຽນຕໍ່ ສປປ ລາວ ແລະ ອະທິປະໄຕ, ເຊິ່ງກ່ຽວຂ້ອງກັບບົດນໍາສະເໜີຂອງທ່ານນາງ ສີສຸກ. ໃນວາລະຕໍ່ມາ, ທ່ານນາງ Anastasopoulou ໄດ້ນໍາສະເໜີໃນຫົວຂໍ້ທີ່ກ່ຽວຂ້ອງກັບ ການປ່ຽນແປງສະພາບອາກາດ ແລະ ການພັງທະລາຍຂອງອະທິປະໄຕ ເຊິ່ງນໍາໄປສູ່ການສົນທະນາໃນຫົວຂໍ້ ຄວາມທ້າທາຍທາງສິ່ງແວດລ້ອມໃນ ສປປ ລາວ. ວາລະຕໍ່ມາແມ່ນ ການນໍາສະເໜີຂອງ ທ່ານນາງ Zahra Yusifli ໃນຫົວຂໍ້: “ການຫຼຸດຜ່ອນຄວາມທຸກຍາກ ແລະ ການປົກປ້ອງຜູ້ດ້ອຍໂອກາດ”. ທ່ານນາງ Yusifli ໄດ້ເນັ້ນໃສ່ ສາເຫດຕົ້ນຕໍຂອງຄວາມທຸກຍາກ ແລະ ໄດ້ຖາມຄໍາຖາມ ໃຫ້ແກ່ຜູ້ເຂົ້າຮ່ວມ ກ່ຽວກັບຍຸດທະສາດໃນການຍົກສູງລະດັບຄຸນນະພາບຊີວິດຂອງປະຊາຊົນລາວ, ເຊິ່ງໃນນີ້ ບັນດາຜູ້ເຂົ້າຮ່ວມເອງໄດ້ປະກອບສ່ວນຢ່າງຄຶກຄື້ນ ແລະ ໄດ້ແບ່ງປັນມຸມມອງຕ່າງໆໃນການທີ່ ສປປ ລາວ ເອງຈະສາມາດດໍາເນີນການ ແລະ ກ້າວຂ້າມຜ່ານຄວາມທຸກຍາກນີ້ໄປໄດ້.

ໃນຊ່ວງບ່າຍຂອງງານສໍາມະນາ, ທ່ານນາງ Lorenzoni ໄດ້ຂຶ້ນນໍາສະເໜີໃນຫົວຂໍ້ “ອະທິປະໄຕໃນຊ່ວງເວລາການປ່ຽນຜ່ານໄປສູ່ດິຈິຕອລ ແລະ ປັນຍາປະດິດ”. ທ່ານນາງ Lorenzoni ໄດ້ນໍາສະເໜີຜູ້ເຂົ້າຮ່ວມກ່ຽວກັບ ແນວຄິດກ່ຽວກັບ ແລະ ສົນທະນາກ່ຽວກັບຜົນກະທົບຂອງປັນຍາປະດີດຕໍ່ກັບອະທິປະໄຕ. ຫຼັງການນໍາສະເໜີຂອງທ່ານນາງ Lorenzoni, ອາຈານສອນກົດໝາຍຄົນລາວ, ທ່ານ ປາງທອງ ໄຊຍະວົງ ໄດ້ຂຶ້ນນໍາສະເໜີໃນຫົວຂໍ້: “ຄວາມທ້າທາຍຂອງ ສປປ ລາວ ແລະ ຂອບເຂດທາງດ້ານກົດໝາຍໃນການຈັດການກັບຄວາມສ່ຽງລະດັບໂລກ”. ເພິ່ນໄດ້ສະຫຼຸບຄວາມທ້າທາຍສະເພາະທີ່ ສປປລາວໄດ້ປະເຊີນ ແລະ ບົດບາດຂອງຂອບເຂດທາງດ້ານກົດໝາຍຂອງ ສປປ ລາວ ໃນການຈັດການກັບຄວາມສ່ຽງຕ່າງໆ. ແລະ ນອກຈາກນີ້, ທ່ານນາງ Yusifli ໄດ້ນໍາສະເໜີກ່ຽວກັບ ອະທິປະໄຕຂອງລັດ, ການກໍານົດຕົນເອງ ແລະ ພູມສາດການເມືອງ. ເພິ່ນໄດ້ກ່າວເຖິງ ຂໍ້ຈໍາກັດເຂດອໍານາດຂອງອະທິປະໄຕໃນກົດໝາຍສາກົນ (ສັນຍາສາກົນ, ຂໍ້ຕົກລົງສາກົນ, ສົນທິສັນຍາສາກົນ) ແລະ ຍັງໄດ້ເນັ້ນຍໍ້າ ເຖິງເຫດການໃນປັດຈຸບັນທີ່ເປັນຕົວຢ່າງໃນການນໍາໃຊ້ຫຼັກການປ້ອງກັນຕົນເອງໃນການປົກປ້ອງອະທິປະໄຕພາຍໃຕ້ມາດຕາ 51 ຂອງກົດບັດ ສປຊ.

ໃນມື້ສຸດທ້າຍຂອງງານໂຮງຮຽນກົດໝາຍລະດູແລ້ງ, ທ່ານ ອິນທາ ດວງພິລາ ໄດ້ນໍາສະເໜີຂໍ້ມູນທີ່ເປັນປະໂຫຍດກ່ຽວກັບອະທິປະໄຕ ຂອງ ສປປ ລາວ ໃນການພົວພັນກັບພາຍນອກ ໃນອາຊີ ແລະ ເອີຣົບ. ທ່ານ ອິນທາ ຍັງໄດ້ສົນທະນາກ່ຽວກັບການມີສ່ວນຮ່ວມຂອງ ສປປ ລາວໃນການຮ່ວມມື ແລະ ການພົວພັນພາຍນອກ. ງານສໍາມະນາໂຮງຮຽນກົດໝາຍລະດູແລ້ງໄດ້ປິດລົງ ໂດຍການສົນທະນາໃນໂຕະມົນ, ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ທົບທວນບົດຮຽນ ແລະ ປະເດັນຕ່າງໆທີ່ໄດ້ສົນທະນາໃນງານສໍາມະນາທັງ 4 ມື້.

ຜູ້ເຂົ້າຮ່ວມທັງໝົດໃນໂຮງຮຽນກົດໝາຍລະດູຮ້ອນໃນປີນີ້ ໄດ້ສະແດງຄວາມກະຕືລືລົ້ນ ແລະ ຫ້າວຫັນ, ໄດ້ມີສ່ວນຮ່ວມຢ່າງກະຕືລືລົ້ນກັບຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມດ້ວຍກັນກ່ຽວກັບ ແນວຄວາມຄິດຂອງອະທິປະໄຕໃນລັດພາຍໃຕ້ກົດໝາຍ.